ກອງປະຊຸມສະພາແຫ່ງຊາດສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 7 ສິງຫາ 2021 ທີ່ຫໍປະຊຸມແຫ່ງຊາດຫຼັງໃໝ່ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ສະເໜີຮ່າງກົດໝາຍທີ່ພົວພັນກັບວາລະແຫ່ງຊາດ ປະກອບມີ ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ອາກອນມູນຄ່າເພີ່ມ ອາກອນລາຍໄດ້ ແລະ ກົດໝາຍວ່າດ້ວຍອາກອນຊົມໃຊ້ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພ້ອມກັນສຸມໃສ່ປະກອບຄໍາເຫັນ ແລະ ພິຈາລະນາຮັບຮອງເອົາການປັບປຸງບັນດາຮ່າງກົດໝາຍທີ່ພົວພັນກັບວາລະແຫ່ງຊາດ ເຊິ່ງກອງປະຊຸມ ພາຍໃຕ້ການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ມີສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.
ທ່ານ ບຸນໂຈມ ອຸບົນປະເສີດ ສະເໜີໃຫ້ຮູ້ວ່າ: ເຫດຜົນສໍາຄັນໃນການຄົ້ນຄ້ວາປັບປຸງບາງມາດຕາກົດໝາຍດັ່ງກ່າວ ເພື່ອຮັບປະກັນການປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນປາກົດຜົນເປັນຈິງ ທັງເຮັດໃຫ້ຫົວໜ່ວຍທຸລະກິດມີສະພາບຄ່ອງທາງດ້ານການເງິນ ໂດຍບໍ່ໄດ້ຈ່າຍເງິນພັນທະອາກອນຢູ່ດ່ານເວລານຳເຂົ້າ ເພື່ອອຳນວຍຄວາມສະດວກໃນການນຳເຂົ້າສິນຄ້າ ແລະ ການບໍລິການຫຼາຍຂຶ້ນ ໂດຍສະເພາະ ຫົວໜ່ວຍທຸລະກິດທີ່ມີເງື່ອນໄຂ ເປັນຜູ້ປະກອບການທີ່ດີເດັ່ນ ປະຕິບັດກົດໝາຍ ລະບຽບການທີ່ດີໃຫ້ສາມາດປະຕິບັດ ການມອບອາກອນຢູ່ພາຍໃນປະເທດ ໃນເວລາມີການສະໜອງສິນຄ້າ ແລະ ການບໍລິການ ເພື່ອຊຸກຍູ້ໃຫ້ບັນດາຜູ້ປະກອບການເຂົ້າໃນລະບົບອາກອນມູນຄ່າເພີ່ມ ສົ່ງເສີມໃຫ້ຜູ້ຊົມໃຊ້ມີກຳລັງແຮງໃນການຊື້ຫຼາຍຂຶ້ນ ພ້ອມນັ້ນ ເພື່ອກຳນົດລະບົບກົນໄກການປະຕິບັດລະບົບອາກອນມູນຄ່າເພີ່ມຂອງຂະແໜງພະລັງງານໄຟຟ້າ ແລະ ບໍ່ແຮ່ ໃຫ້ເປັນຫຼັກການສະເພາະທີ່ແຕກຕ່າງກັບກິດຈະການອື່ນ ເພື່ອສົ່ງເສີມຫົວໜ່ວຍທຸລະກິດ ໂດຍສະເພາະ ຈຸລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ເຂົ້າໃນລະບົບ ອາກອນມູນຄ່າເພີ່ມຂຶ້ນ ເພື່ອດັດສົມ ແລະ ທົດແທນລາຍຮັບຈາກການປັບຫຼຸດອັດຕາອາກອນມູນຄ່າເພີ່ມ ແລະ ອາກອນລາຍໄດ້.

ສໍາລັບຮ່າງກົດໝາຍວ່າດ້ວຍການປັບປຸງກົດໝາຍກ່ຽວກັບສ່ວຍສາອາກອນ ດ້ານໂຄງສ້າງຂອງກົດໝາຍປະກອບດ້ວຍ 4 ມາດຕາ ໃນນີ້ມີ 1 ມາດຕາ (ມາດຕາ 2) ທີ່ກໍານົດເນື້ອໃນການປັບປຸງບາງມາດຕາຂອງກົດໝາຍ ປະກອບມີ 4 ກົດໝາຍ ລວມມາດຕາທີ່ຈະປັບປຸງທັງໝົດຈໍານວນ 21 ມາດຕາ ໃນນັ້ນ ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນຈໍານວນ 1 ມາດຕາ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ 12 ມາດຕາ ກົດໝາຍວ່າດ້ວຍອາກອນລາຍໄດ້ 4 ມາດຕາ ແລະ ກົດໝາຍວ່າດ້ວຍອາກອນຊົມໃຊ້ 4 ມາດຕາ.

# ຂ່າວ & ພາບ: ຂັນທະວີ