ພິທີເປີດໂຄງການ ປັນນ້ຳໃຈ ເພື່ອຜູ້ປະຈັນບານ ຕ້ານພະຍາດໂຄວິດ-19 ໄດ້ມີຂຶ້ນວັນທີ 7 ສິງຫາ 2021 ທີ່ເດີ່ນກະຊວງຍຸຕິທໍາຫຼັງເກົ່າ ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີທ່ານ ນາງ ດາລຸນນີ ກົມມະສິດ ພັນລະຍາລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍກໍາມະການປະຈໍາພັກ ຫົວໜ້າ ຮອງຫົວໜ້າພະແນກການ ອົງການທຽບເທົ່າອ້ອມຂ້າງນະຄອນຫຼວງວຽງຈັນ ຄະນະສະເພາະກິດໂຄວິດ-19 ສະຫະພັນແມ່ຍິງກົມພາສີ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ.
ໃນພິທີ ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ: ອົງການປົກຄອງນະຄອນຫຼວງວຽງຈັນ ໂດຍການປະສານສົມທົບກັບແນວລາວສ້າງຊາດນະຄອນຫຼວງວຽງຈັນ ອົງການຈັດຕັ້ງມະຫານຊົນ ຄົ້ນຄ້ວາສ້າງຕັ້ງໂຄງການປັນນ້ຳໃຈ ເພື່ອຜູ້ປະຈັນບານຕ້ານພະຍາດໂຄວິດ-19 ນີ້ຂຶ້ນ ເພື່ອຍາດແຍ່ງເອົາຄວາມເຫັນອົກເຫັນໃຈ ຍາດແຍ່ງເອົາການຊ່ວຍເຫຼືອແບ່ງເບົາງົບປະມານພາກລັດ ງົບປະມານທີ່ບັນດາທ່ານ ກໍຄືພາກສ່ວນຕ່າງໆສະໜັບສະໜູນຄະນະຮັບຜິດຊອບໂຄງການ ຈະນໍາໄປໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ.
ຈຸດປະສົງ ແລະ ເປົ້າໝາຍຂອງໂຄງການ ເພື່ອປະກອບສ່ວນຫຼຸດຜ່ອນງົບປະມານຂອງພາກລັດ ອົງການປົກຄອງນະຄອນຫຼວງວຽງຈັນ ກໍໄດ້ຕອບສະໜອງງົບປະມານໃຫ້ກັບວຽກງານດັ່ງກ່າວໄດ້ໂດຍພື້ນຖານ ແຕ່ກໍຍັງບໍ່ທັນຕອບສະໜອງໄດ້ທັງໝົດ ເຊິ່ງໂຄງການແມ່ນເນັ້ນໃສ່ການລະດົມຂໍການຊ່ວຍເຫຼືອຈາກສັງຄົມທັງພາຍໃນ ແລະ ຕ່າງປະເທດ ເພື່ອປະກອບສ່ວນທັງວັດຖຸ ປັດໄຈ ເຂົ້າໃສ່ການແຈກຢາຍອາຫານ ນໍ້າດື່ມ ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ພະນັກງານທີ່ເຮັດວຽກຢູ່ແຕ່ລະສູນ ທັງໃຫ້ບັນດາແຮງງານທີ່ເຂົ້າມາກັກກັນຢູ່ແຕ່ລະສູນກັກກັນໃນນະຄອນຫຼວງວຽງຈັນ.
ນອກນີ້ ໃນພິທີ ສະຫະພັນແມ່ຍິງກົມພາສີໄດ້ປະກອບສ່ວນຊ່ວຍເຫຼືອ 20 ລ້ານກີບ ແລະ ທ່ານ ນາງ ດາລຸນນີ ກົມມະສິດ ພ້ອມດ້ວຍພັນລະຍາການນໍາປະກອບສ່ວນ 50 ລ້ານກີບ.
# ຂ່າວ & ພາບ: ຂັນທະວີ