ລັດຖະບານ ສປ ຈີນ ສືບຕໍ່ໃຫ້ການຊ່ວຍເຫຼືອວັກຊິນຊີໂນຟາມ ປ້ອງກັນໂຄວິດ-19 ອີກ 1 ລ້ານ ໂດສ ໃຫ້ແກ່ລັດຖະບານ ສປປ ລາວ ເຊິ່ງວັກຊິນດັ່ງກ່າວ ໄດ້ມາຮອດສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນວັນທີ 7 ສິງຫາ 2021. ສ່ວນພິທີມອບ-ຮັບ ຢ່າງເປັນທາງການ ຄາດວ່າຈະໄດ້ຈັດຂຶ້ນໃນມໍ່ໆນີ້.

ວັກຊິນຈຳນວນດັ່ງກ່າວນີ້ ເປັນການຊ່ວຍເຫຼືອລ້າ ເພື່ອນຳມາສັກໃຫ້ປະຊາຊົນລາວໃນຂອບເຂດທົ່ວປະເທດ ແນໃສ່ເພື່ອປ້ອງກັນການຕິດເຊື້ອ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດ ແລະ ຈະເປັນອີກໜຶ່ງກຳລັງແຮງ ໃນການຊ່ວຍໃຫ້ ສປປ ລາວ ບັນລຸເປົ້າໝາຍການສັກວັກຊີນໃຫ້ໄດ້ 50% ຂອງຈໍານວນປະຊາກອນພາຍໃນທ້າຍປີ 2021.

ຜ່ານມາ ລັດຖະບານຈີນກໍໄດ້ໃຫ້ການຊ່ວຍເຫຼືອວັກຊິນ ອຸປະກອນການແພດ ແລະ ຊ່ຽວຊານແກ່ ສປປ ລາວ ເປັນຈຳນວນຫຼວງຫຼາຍ.
# ຂ່າວ & ພາບ: ໄຊບັນດິດ