ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ຕາງໜ້າຄະນະຖະແຫຼງຂ່າວປະຈຳວັນທີ 6 ສິງຫາ 2021 ຢູ່ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ມາຮອດວັນທີ 5 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 2.200 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 267 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 10 ຄົນ ຄື: ບໍ່ແກ້ວ 8 ຄົນ (ເມືອງຕົ້ນເຜິ້ງ) ສະຫວັນນະເຂດ 1 ຄົນ ຈຳປາສັກ 1 ຄົນ ສ່ວນ ກໍລະນີນໍາເຂົ້າ ມີ 257 ຄົນ ຈາກ ນະຄອນຫຼວງ 35 ຄົນ ວຽງຈັນ 1 ຄົນ ໄຊຍະບູລີ 2 ຄົນ ຫຼວງພະບາງ 1 ຄົນ ບໍລິຄຳໄຊ 1 ຄົນ ຄຳມ່ວນ 15 ຄົນ ສະຫວັນນະເຂດ 73 ຄົນ ສາລະວັນ 52 ຄົນ ແລະ ຈຳປາສັກ 77 ຄົນ ເຊິ່ງກວດພົບຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ປັດຈຸບັນ ເນື່ອງຈາກບາງແຂວງຈະໄດ້ປິດເພື່ອປັບປຸງ ແລະ ຂະຫຍາຍສູນຈຳກັດບໍລິເວນ ເພື່ອຮອງຮັບແຮງງານທີ່ຈະກັບມາໃນຕໍ່ໜ້າ ສະນັ້ນ ແຮງງານດັ່ງກ່າວຈະເຂົ້າມາຜ່ານນະຄອນຫຼວງວຽງຈັນ ເຊິ່ງພວກເຮົາຄາດຄະເນວ່າ ຈະມີແຮງງານເຂົ້າມາເປັນຈຳນວນຫຼວງຫຼາຍ ກໍບໍ່ໃຫ້ບັນດາທ່ານແຕກຕື່ນ ເພາະທີມງານຈະໄດ້ເກັບຕົວຢ່າງ ແລະ ນຳສົ່ງພວກກ່ຽວເຂົ້າໄປສູນຈຳກັດບໍລິເວນທັນທີເມື່ອມາຮອດ ຄະນະສະເພາະກິດຂັ້ນສູນກາງ ສົມທົບນະຄອນຫຼວງ ໄດ້ກະກຽມສະຖານທີ່ຮອງຮັບ ແລະ ຂະຫຍາຍໄປຫຼາຍແຫ່ງ ຈຶ່ງຂໍໃຫ້ບັນດາທ່ານໝັ້ນໃຈໃນການຕ້ອນຮັບແຮງງານດັ່ງກ່າວ ປັດຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 7.778 ຄົນ ຄົນເຈັບເສຍຊີວິດສະສົມ 7 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວທັງໝົດ 3.887 ຄົນ ສຳລັບຈຸດບໍລິການກວດໂຄວິດ-19 ມສ ສີໂຄດ ໄດ້ເປີດໃຫ້ບໍລິການບັນດາທ່ານທຸກມື້.
ການເຝົ້າລະວັງຢູ່ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ ວັນທີ 5 ສິງຫາ 2021 ມີຜູ້ເດີນທາງເຂົ້າມາຜ່ານດ່ານຕ່າງໆໃນ ສປປ ລາວ ທັງໝົດ 3.651 ຄົນ ທັງໝົດແມ່ນໄດ້ເກັບຕົວຢ່າງກວດ ແລະ ນຳສົ່ງເຂົ້າສູນຈຳກັດບໍລິເວນ 14 ວັນ ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 79 ສູນ ແລະ 43 ໂຮງແຮມ ມີຜູ້ຈຳກັດບໍລິເວນ 13.398 ຄົນ ສະພາບການລະບາດຂອງພະຍາດໂຄວິດ-19 ໃນອາຊຽນ ຍັງຄົງໜ້າເປັນຫ່ວງໃນຫຼາຍປະເທດ ມີຜູ້ຕິດເຊື້ອສະສົມເພິ່ມສູງຂຶ້ນ ຍ້ອນສາຍພັນເດວຕ້າ ຈຶ່ງເຮັດໃຫ້ບາງປະເທດກັບມາໃຊ້ມາດຕະການລ໋ອກດາວຄືນອີກ.
.# ຂ່າວ & ພາບ : ສີພອນ