ກອງປະຊຸມປຶກສາຫາລື ການຈັດຕັ້ງປະຕິດບັດວຽກງານຫັນເປັນທັນສະໄໝ ຂອງກະຊວງການເງິນໃນໄລຍະຜ່ານມາ ແລະ ທິດທາງແຜນການຕໍ່ໜ້າປີ 2021 ແລະ ແຜນ 5 ປີ (2021-2025) ຈັດຂຶ້ນວັນທີ 4 ສິງຫາ 2021 ຢູ່ກະຊວງການເງິນ ເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງ ການເງິນ ມີຕາງໜ້າຈາກກົມ ສະຖາບັນ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໄລຍະຜ່ານມາ ກະຊວງການເງິນໄດ້ສ້າງແຜນພັດທະນາວຽກງານຫັນເປັນທັນສະໄໝຂອງຂະແໜງ ການເງິນ ໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງບັນດາກົມ ທັງນີ້ ເພື່ອຮັບປະກັນ ຄວາມເປັນເອກະພາບ ມີຈຸດສຸມ ບໍ່ໃຫ້ຊ້ຳຊ້ອນກັນ ແລະ ນຳໃຊ້ງົບປະມານຢ່າງປະຢັດ ເອົາໃຈໃສ່ພັດທະນາວຽກງານພັດທະນາຊັບພະຍາກອນມະນຸດໃຫ້ໄດ້ 3 ຂົງເຂດຄື: ຜູ້ນຳໃຊ້ລະບົບ ຜູ້ຄຸ້ມຄອງລະບົບ ແລະ ຜູ້ຊຳນານງານທີ່ສາມາດແກ້ໄຂ ແລະ ປັບປຸງລະບົບໄດ້ ພ້ອມທັງກຳນົດຮູບແບບການເຝິກອົບຮົມ ໃຫ້ເໝາະສົມກັບແຕ່ລະຂົງເຂດ ພ້ອມນັ້ນ ກໍຕ້ອງໄດ້ຕິດຕາມປະເມີນຜົນພະນັກງານເປັນແຕ່ລະໄລຍະ ສ້າງ ແລະ ປັບປຸງນິຕິກຳໃນຂົງເຂດໄອທີຂອງຂະແໜງການເງິນໃຫ້ຄົບຊຸດ ເປັນຕົ້ນ ຄູ່ມືການນຳໃຊ້ລະ ບຽບການຄຸ້ມຄອງບໍລິຫານລະບົບເຄື່ອງມືທັນສະໄໝ ເຊັ່ນ: (ການດັດແກ້ ລົບລ້າງຂໍ້ມູນ) ການແລກປ່ຽນຂໍ້ມູນຂ່າວສານກັບຂະແໜງການກ່ຽວຂ້ອງ ລະບຽບການເກັບຄ່າທຳນຽມ ແລະ ຄ່າບໍລິການນຳໃຊ້ລະບົບ ເອົາໃຈໃສ່ວຽກງານໂຄສະນາເຜີຍແຜ່ໃຫ້ພາກສ່ວນລັດ ເອກະຊົນ ແລະ ສັງຄົມໄດ້ຮັບຊາບ ແລະ ເຂົ້າໃຈ ດ້ວຍວິທີການຫຼາຍຮູບແບບ ເຊັ່ນ: ການເຜີຍແຜ່ຜ່ານສື່ໂທລະພາບ ໜັງສືພິມ ການສ້າງສື່ມີເດຍ ແຜ່ນພັບ ໂຄສະນາ ໂດຍເຮັດຢ່າງກວ້າງຂວາງ ແລະ ປະຈຳ.
.# ຂ່າວ & ພາບ : ຊິລິການດາ