ບັນດາລັດຖະມົນຕີ ຊີ້ແຈງຕໍ່ຂໍ້ຊັກຖາມສະມາຊິກສະພາແຫ່ງຊາດ

    ກອງປະຊຸມສະພາແຫ່ງຊາດສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 6 ສິງຫາ 2021 ທີ່ຫໍປະຊຸມແຫ່ງຊາດຫຼັງໃໝ່ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ມີທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ລັດຖະມົນຕີຈາກກະຊວງກ່ຽວຂ້ອງ ແລະ ສະມາຊິກສະພາແຫ່ງຊາດເຂົ້າຮ່ວມ. 

    ກອງປະຊຸມ ບັນດາລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກະຊວງການເງິນ ກະຊວງອຸດສາຫະກໍາ ແລະ ການຄ້າ ກະຊວງກະສິກໍາ ແລະ ປ່າໄມ້ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຂຶ້ນໃຫ້ຄວາມກະຈ່າງແຈ້ງຕໍ່ຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນທີ່ກ່ຽວຂ້ອງກັບວຽກງານໃນຂະແໜງການຂອງຕົນ ປະກອບມີ ວຽກທີ່ຕິດພັນກັບຂະແໜງການເງິນ ການຈັດເກັບພັນທະງົບປະມານຈາກໂຄງການພັດທະນາບໍ່ແຮ່ (ແຮ່ເຫຼັກ) ແລະ ສົ່ງອອກແຮ່ເຫຼັກແບບທົດລອງ ຮ່າງຍຸດທະສາດການແກ້ໄຂຄວາມຫຍຸ້ງຍາກດ້ານໜີ້ສິນສາທາລະນະໃນ 5 ປີຕໍ່ໜ້າ ການສະເໜີໃຫ້ລັດຖະບານຊຸກຍູ້ການຜະລິດເປັນສິນຄ້າສົ່ງອອກທີ່ມີຕະຫຼາດຮອງຮັບແລ້ວ ການສົ່ງເສີມການຜະລິດພາຍໃນໃຫ້ຫຼາຍຂຶ້ນ ຕໍ່ຕ້ານການນໍາເຂົ້າ ຫຼື ລັກລອບການນໍາເຂົ້າສິນຄ້າທີ່ພາຍໃນສາມາດຜະລິດໄດ້ ການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ (SME) ຕິດພັນກັບເງື່ອນໄຂການເຂົ້າຫາແຫຼ່ງທຶນ ແລະ ອື່ນໆ.

   # ຂ່າວ & ພາບ :  ຂັນທະວີ

error: Content is protected !!