ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແລະ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳາກັດ ຈັດຂຶ້ນໃນວັນທີ 5 ສິງຫາ 2021 ລະຫວ່າງທ່ານ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕນິກ ກະຊວງ ກຕສ ແລະ ທ່ານ ຕິ່ງ ຢົງບິງ ຜູ້ອຳນວຍການໃຫຍ່ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ໂດຍມີທ່ານ ປະລິນຍາເອກ ສັນຕິສຸກ ສິມມະລາວົງ ຮອງລັດຖະມົນຕີ ກຕສ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງ ລັດຖະມົນຕີ ກຕສ ທ່ານ ຫຽມ ພົມມະຈັນ ປະທານສະພາບໍລິຫານບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ ພ້ອມດ້ວຍບັນດາທ່ານຄະນະກົມ ຫ້ອງການ ສູນ ສະຖາບັນ ອົງການອ້ອມຂ້າງ ກຕສ ແລະ ຄະນະອຳນວຍການບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ເຂົ້າຮ່ວມ.

ຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ເພື່ອຮ່ວມມືກັນຄົ້ນຄວ້າການພັດທະນາລະບົບບໍລິການລັດແບບດິຈິຕອນ ແລະ ສຶກສາການບໍລິການສູນຂໍ້ມູນຂ່າວສານ (Cloud Data Center) ໃຫ້ຮອງຮັບການບໍລິການຕ່າງໆຂອງລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ ແລະ ການສໍາຮອງຖານຂໍ້ມູນ ໂດຍນໍາໃຊ້ລະບົບ Cloud ແລະ ສຶກສາຄວາມອາດສາມາດດ້ານການພັດທະນາລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ ເຊິ່ງທາງບໍລິສັດ ດາວທຽມລາວ ຍິນດີໃຫ້ຄວາມຮ່ວມມືດ້ານລະບົບຄວາມປອດໄພທາງດ້ານຖານຂໍ້ມູນ ແລກປ່ຽນຂໍ້ມູນ ການພັດທະນາບຸຄະລາກອນດ້ານ ICT ແລະ ອື່ນໆ ເພື່ອປະກອບສ່ວນຍົກລະດັບການພັດທະນາການຫັນເປັນດິຈິຕອນຂອງ ສປປ ລາວ ໂດຍໃຫ້ສອດຄ່ອງກັບແຜນພັດທະນາລະບົບບໍລິຫານ ແລະ ບໍລິການລັດດ້ວຍເອເລັກໂຕຣນິກ ຂອງລັດຖະບານໃນປັດຈຸບັນ.

# ຂ່າວ & ພາບ : ສີພອນ