ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນະຄອນຫລວງວຽງຈັນ (ຮສສ ນວ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໄພພິບັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021 ຂຶ້ນໃນວັນທີ 4 ສິງຫາ 2021 ຢູ່ພະແນກ ຮສສ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ທັງເປັນປະທານຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດ ນວ ແລະ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ທີ່ປຶກສາຄະນະບໍລິຫານງານສູນກາງພັກ ມີທ່ານ ສາລະພິດ ສູນວໍລະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນວ ບັນດາຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດ ຈາກ 9 ຕົວເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້ ທ່ານ ພູວົງ ວົງຄຳຊາວ ໄດ້ກ່າວວ່າ: ວຽກງານປ້ອງກັນ ແລະ ຄຸ້ມຄອງໄພພິບັດ ກໍເປັນວຽກງານບູລິມະສິດໜຶ່ງທີ່ມີຄວາມສໍາຄັນ ແລະ ປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ກໍຄືໃນການຈັດຕັ້ງປະຕິບັດນະໂຍບາຍ ຕໍ່ການກຽມພ້ອມຮັບມືກັບໄພພິບັດ ການຊ່ວຍເຫຼືອບັນເທົາທຸກ ແລະ ການຟື້ນຟູຫຼັງໄພພິບັດຂອງພັກ-ລັດ ໄດ້ວາງອອກໃນແຕ່ລະໄລຍະ ໃນໄລຍະຜ່ານມາ ນວ ກໍໄດ້ມີເຫດການໄພພິບັດເກີດຂຶ້ນໃນຫຼາຍລະດັບ ແລະ ຫຼາຍຂົງເຂດ ແລະ ນັບມື້ມີຄວາມສ່ຽງຕໍ່ການຄວບຄຸມ ແລະ ປ້ອງກັນ ການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຕ່າງໆ ທາງຄະນະກໍາມະການຄຸ້ມຄອງໄພພິບັດກໍໄດ້ໃຫ້ການຊ່ວຍເຫຼືອເບື້ອງຕົ້ນ ໂດຍສະເພາະ ໄດ້ຊ່ວຍເຫຼືອສັງກະສີ ວັດຖຸສິ່ງຂອງ ແລະ ສິ່ງອໍານວຍຄວາມສະດວກຂັ້ນພື້ນຖານຈໍານວນໜຶ່ງແກ່ຄອບຄົວຜູ້ປະສົບເຄາະຮ້າຍ.

ພ້ອມກັນນີ້ ກໍໄດ້ສ້າງແຜນການຮັບປະກັນກຽມຕອບສະໜອງວັດຖຸພາຫະນະ ໃຫ້ແກ່ກໍາລັງທຸກພາກສ່ວນ ເຊັ່ນ:ການກຽມວັດຖຸ ແລະ ຈັດຕັ້ງໜ່ວຍເຄື່ອນໄຫວສົງເຄາະ ແລະ ບັນເທົາທຸກລົງຊ່ວຍເຫຼືອຜູ້ທີ່ຖືກເຄາະຮ້າຍ ໄດ້ເອົາໃຈໃສ່ໃນການຕ້ານແລ້ງ-ຕ້ານຖ້ວມ ໃນການສະໜອງນໍ້າໃຫ້ແກ່ເນື້ອທີ່ການຜະລິດ ແລະ ການສ້ອມແປງລວງຄອງເໝືອງ ການສ້າງຄູປ້ອງກັນນໍ້າຖ້ວມ ແລະ ປະຕູນໍ້າ ໄດ້ເອົາໃຈໃສ່ໃນການປົກປັກຮັກສາເສັ້ນທາງ ເພື່ອແກ້ໄຂສຸກເສີນ ແລະ ອໍານວຍຄວາມສະດວກໃນການສັນຈອນຕາມເສັ້ນທາງສາຍຫຼັກໃນຕົວເມືອງ ໂດຍສະເພາະ ການຈັດຕັ້ງປະຕິບັດໂຄງການສ້ອມແປງ ແລະ ຟື້ນຟູໄພພິບັດ ນອກຈາກນີ້ ກໍໄດ້ມີການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ.
# ຂ່າວ & ພາບ : ສີພອນ