ວັນທີ 4 ສິງຫາ 2021 ທີ່ຫ້ອງການປົກຄອງບ້ານໜອງພົງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ພິທີມອບ-ຮັບກົນຈັກກະສິກໍາ (ລົດໄຖ) ໃຫ້ກຸ່ມຜະລິດເຂົ້າເປັນສິນຄ້າບ້ານໜອງພົງ ໂດຍການມອບຂອງທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຕາງໜ້າຮັບຂອງທ່ານ ຄໍາແກ່ງ ດວງພະຈັນ ຮອງເລຂາພັກເມືອງຫາດຊາຍຟອງ ຈາກນັ້ນ ໄດ້ມອບຕໍ່ໃຫ້ກຸ່ມ ໂດຍຕາງໜ້າຮັບຂອງທ່ານ ກະເລົາ ເທພາລັກ ຫົວໜ້າກຸ່ມຜະລິດເຂົ້າເປັນສິນຄ້າບ້ານໜອງພົງ ມີອໍານາດການປົກຄອງບ້ານ ສະມາຊິກກຸ່ມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄໍາແກ່ງ ດວງພະຈັນ ກ່າວວ່າ: ເມືອງຫາດຊາຍຟອງເປັນເມືອງໜຶ່ງໃນເປົ້າໝາຍຂອງໂຄງການຜະລິດເຂົ້າເປັນສິນຄ້າຢູ່ ສປປ ລາວ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນຕຸລາ 2018 ປັດຈຸບັນ ດໍາເນີນມາໄດ້ 3 ປີ ໃນນີ້ ໄດ້ກໍານົດເອົາຕ່ອງໂສ້ການຜະລິດເຂົ້າ ແລະ ພືດຜັກເປັນເປົ້າໝາຍໃນເຂດພື້ນທີ່ຈຸດສຸມຂອງເມືອງ ພ້ອມນັ້ນ ໂຄງການສາມາດສ້າງຕັ້ງກຸ່ມການຜະລິດຢູ່ເມືອງຫາດຊາຍຟອງ 23 ກຸ່ມ ໃນນີ້ ກຸ່ມຜະລິດແນວພັນເຂົ້າລຸ້ນ 3 ຈໍານວນ 4 ກຸ່ມ ກຸ່ມຜະລິດເຂົ້າເປັນສິນຄ້າ 7 ກຸ່ມ ແລະ ກຸ່ມຜະລິດພືດຜັກ ເປັນສິນຄ້າ 12 ກຸ່ມ ຄຽງຄູ່ກັບການສ້າງຕັ້ງກຸ່ມ ໂຄງການມີເປົ້າໝາຍສະໜອງທຶນສົມທົບໃຫ້ແກ່ກຸ່ມເປົ້າໝາຍຜະລິດໂຄງການ 80% ໃນມູນຄ່າບໍ່ເກີນ 16.000 ໂດລາສະຫະລັດ ແລະ ຊາວກະສິກອນສົມທົົບ 20% ເຊິ່ງໃນໄລຍະຜ່ານມາ ໂຄງການໄດ້ເລີ່ມລົງຊ່ວຍກຸ່ມຂຽນແຜນທຸລະກິດ ເພື່ອສະເໜີຂໍທຶນສົມທົບຈາກໂຄງການ ໂດຍເລີ່ມຈາກກຸ່ມຜະລິດແນວພັນເຂົ້າເປັນກຸ່ມທໍາອິດ ຜ່ານການຈັດຕັ້ງປະຕິບັດໂດຍການລົງສົມທົບກັບກຸ່ມ ແລະ ຜູ້ບໍລິການຂຽນແຜນ ໄດ້ຊ່ວຍກຸ່ມໃນການຂຽນແຜນທຸລະກິດ ຜ່ານມາ ກຸ່ມຜະລິດໄດ້ຮັບທຶນສົມທົບ ລົດໄຖນາຄູໂບຕ້າລຸ້ນ L5108 ຈໍານວນ 1 ຄັນຕໍ່ກຸ່ມ ໃນຈໍານວນ 6 ກຸ່ມຄື: ກຸ່ມແນວພັນເຂົ້າລຸ້ນ 3 ຈໍານວນ 3 ກຸ່ມ ແລະ ກຸ່ມຜະລິດເຂົ້າເປັນສິນຄ້າ ຈໍານວນ 3 ກຸ່ມ.

ໂອກາດນີ້ ທ່ານ ກະເລົາ ເທພາລັກ ກ່າວໃຫ້ຮູ້ຕື່ມອີກວ່າ: ກຸ່ມຜະລິດເຂົ້າເປັນສິນຄ້າບ້ານໜອງພົງ ມີສະມາຊິກທັງໝົດ 50 ຄອບຄົວ ມີເນື້ອທີ່ເຮັດການຜະລິດ 82,22 ເຮັກຕາ ໃນນີ້ ມີເນື້ອທີ່ສາມາດເຮັດນາແຊງໄດ້ 52,68 ເຮັກຕາ ເຊິ່ງປີ 2021 ສາມາດປັກດໍາເຂົ້ານາແຊງໄດ້ 45,16 ເຮັກຕາ ຜົນຜະລິດໄດ້ 254 ໂຕນ ສະເລ່ຍ 5,6 ໂຕນຕໍ່ເຮັກຕາ ດັ່ງນັ້ນ ລົດທີ່ໄດ້ຮັບຄັ້ງນີ້ ແມ່ນຈະນໍາໃຊ້ເຂົ້າໃນການເຮັດການຜະລິດຂອງກຸ່ມໃຫ້ມີຄວາມສະເໝີພາບ ເອົາໃຈໃສ່ຄຸ້ມຄອງໃຫ້ມີຄວາມເປັນເອກະພາບ ແຕ່ງຕັ້ງສະມາຊິກພາຍໃນກຸ່ມ ເພື່ອມາຮັບຜິດຊອບໃນການຂັບລົດ ແລະ ບໍາລຸງຮັກສາເປັນປະຈໍາ ພ້ອມນັ້ນ ຈະແຕ່ງຕັ້ງຜູ້ຮັບຜິດຊອບບັນຊີ ເພື່ອບັນທຶກລາຍຮັບ-ລາຍຈ່າຍໃຫ້ມີຄວາມປອດໃສ ແລະ ກວດສອບໄດ້.
# ຂ່າວ & ພາບ: ຂັນທະວີ