ໄຂຢ່າງເປັນທາງການ ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX

    ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX ໄຂຂຶ້ນຢ່າງເປັນທາງການ ວັນທີ 5-10 ສິງຫາ 2021 ທີ່ສະພາແຫ່ງຊາດຫຼັງໃໝ່ (ທາດຫຼວງ) ເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ພ້ອມດ້ວຍຄະນະປະທານສະພາແຫ່ງຊາດ ການນໍາ ອະດີດການນໍາຂັ້ນສູງພັກ-ລັດ ນາຍົກລັດຖະມົນຕີ ສະມາຊິກລັດຖະບານ ຜູ້ຕາງໜ້າອົງການຈັດຕັ້ງແນວລາວສ້າງຊາດ ຜູ້ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.

     ກອງປະຊຸມຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງເອົາວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ພິຈາລະນາຮັບຮອງເອົາວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ພິຈາລະນາຮັບຮອງເອົາການປັບປຸງບັນດາຮ່າງກົດໝາຍ 5 ສະບັບທີ່ພົວພັນກັບວາລະແຫ່ງຊາດ ປະກອບມີ ຮ່າງກົດໝາຍວ່າດ້ວຍຢາເສບຕິດ ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ກົດໝາຍວ່າດ້ວຍອາກອນລາຍໄດ້ ແລະ ຮ່າງກົດໝາຍວ່າດ້ວຍອາກອນຊົມໃຊ້ ນອກຈາກນີ້ ຍັງໄດ້ລາຍງານກ່ຽວກັບສະພາບການແຜ່ລະບາດພະຍາດໂຄວິດ-19 ແລະ ພິທີມອບ-ຮັບຫໍສະພາແຫ່ງຊາດຫຼັງໃໝ່ຕື່ມອີກ.

   # ຂ່າວ & ພາບ :  ຂັນທະວີ

error: Content is protected !!