ແຂວງຫຼວງນໍ້າທາ ສືບຕໍ່ຂະບວນການໃຫ້ບໍລິການວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ກັບພະ ນັກງານ ພໍ່ແມ່ປະຊາຊົນໃນກຸ່ມເປົ້າໝາຍທີ່ຄາກຄະເນໄວ້ 202.399 ຄົນ ໃຫ້ບັນລຸ 50% ໃນ ທ້າຍປີປັດຈຸບັນ ເຂັມທີ 1 ສັກໄດ້ກວ່າ 16% ແລະ ເຂັມທີ 2 ໄດ້ກວ່າ 11% ສ່ວນວັດຊີນ ຈອນ ສັນ ແລະ ຈອນສັນ ທາງແຂວງມີແຜນເລີ່ມໃຫ້ບໍລິການແກ່ປະຊາຊົນໃນວັນທີ 9 ສິງຫາ 2021 ນີ້ເປັນຕົ້ນໄປ.
ທ່ານ ດຣ ແກ້ວ ອິນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງ ໃຫ້ສຳພາດຕໍ່ນັກຂ່າວ ໃນໂອກາດທີ່ທີມນັກຂ່າວຈາກສູນກາງລົງເກັບກໍາຂ່າວກ່ຽວກັບການຈັດຕັ້ງປະຕິບັດມາດຕະການຫ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງໂຄວິດ-19 ຢູ່ແຂວງດັ່ງກ່າວວ່າ: ແຂວງຫຼວງ ນໍ້າທາໄດ້ເລີ່ມແຕ່ມື້ເປີດຂະບວນການສັກວັກຊີນກັນພະຍາດໂຄວິດ-19 ໃຫ້ກັບປະຊາຊົນກຸ່ມ ເປົ້າໝາຍມາຮອດປັດຈຸບັນ ເຂັມທີ 1 ໄດ້ຮັບວັກຊີນໄປແລ້ວ 34.186 ຄົນ ເທົ່າກັບ 16,89% ແລະ ເຂັມທີ 2 ໄດ້ 23.516 ຄົນ ເທົ່າກັບ11,6%.
ສໍາລັບວັກຊີນທີ່ທາງແຂວງໄດ້ຮັບໃນໄລຍະຜ່ານມາປະກອບ ຊີໂນຟາມ ຈຳນວນ 64.000 ໂດສ ແອສຕຣາເຊເນກາ ຈຳນວນ 4.000 ໂດສ ແລະ ຄັ້ງຫຼ້າສຸດນີ້ ແມ່ນໄດ້ຮັບວັກຊີນຊະນິດ ຈອນສັນ ແອນ ຈອນສັນ ຈຳນວນ 24.300 ໂດສ ຄາດວ່າຈະເລີ່ມໃຫ້ບໍລິການສັກໃຫ້ປະຊາຊົນໃນກຸ່ມເປົ້າໆາຍ ໃນວັນທີ 9 ສິງຫາ 2021 ໂດຍຈະສຸມໃສ່ກຸ່ມເປົ້າໝາຍທີ່ມີອາຍຸ 60 ປີ ຂຶ້ນໄປ ໂດຍສະເພາະແມ່ນຜູ້ທີ່ມີພະຍາດປະຈຳໂຕ ແລະ ພະຍາດຊຳເຮື້ອ ຈຸດດີຂອງວັກຊີນຊະນິດນີ້ ແມ່ນສັກພຽງແຕ່ເຂັມດຽວ ກໍສາມາດສ້າງພູມຄຸ້ມກັນໄດ້ເລີຍ.
ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ ຈົ່ງພ້ອມພາກັນມາຮັບການສັກຍາກັນພະຍາດໂຄວິດ 19 ໃຫ້ຫຼາຍ ເພື່ອເປັນການສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ ແລະ ສາມາດປ້ອງກັນການແຜ່ເຊື້ອພະຍາດໂຄວິດ 19 ໄດ້ໂດຍພື້ນຖານ ໂດຍສະເພາະຜູ້ອາຍຸສູງ ແລະ ມີພະຍາດແຊກຊ້ອນຕ່າງໆ ນອກ ຈາກນັ້ນ ກໍໃຫ້ພ້ອມກັນ ເອົາໃຈໃສ່ໃນການປ້ອງກັນຕົນເອງ ເປັນຕົ້ນແມ່ນການໃສ່ຜ້າອັດປາກ-ດັງ ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ໝັ່ນລ້າງມືໃສ່ສະບູດ້ວຍນ້ຳສະອາດ ຫຼື ເຈວລ້າງມືເປັນປະຈຳ ເພື່ອປ້ອງກັນບໍ່ໃຫ້ຕິດເຊື້ອ.
ຢ່າງໃດກໍຕາມ ຜູ້ທີ່ໄດ້ມາຮັບການສັກວັກຊີນແຕ່ລະຄົນຕ່າງກໍມີຄວາມຮູ້ສຶກສຶກດີໃຈ ທີ່ໄດ້ປ້ອງກັນພະຍາດໂຄວິດ 19 ເພາະວ່າຈະເຮັດໃຫ້ຮ່າງກາຍຂອງຕົນ ມີພູມຕ້ານຕໍ່ພະຍາດດັ່ງກ່າວ ແລະ ສັງເກດເຫັນວ່າພະນັກງານ ທະຫານ ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ມີຄວາມຕື່ນຕົວສູງ ພ້ອມກັນເຂົ້າມາຮັບການສັກວັກຊີນຢ່າງຫຼວງຫຼາຍ ແລະ ເປັນຂະບວນການຟົດຟື້ນ.
ສໍາລັບວັກຊີນທີ່ທາງແຂວງໄດ້ຮັັບແມ່ນມາຈາກ ໂຄງການໂຄແວັກ ຫຼື COVAX ແມ່ນການນຳພາຮ່ວມກັນໂດຍອົງການພັນທະມິດ ສາກົນດ້ານການສະໜອງວັກຊີນ ແລະ ການສັກຢາກັນພະຍາດ ຫຼື Gavi ເຊິ່ງແມ່ນພັນທະມິດດ້ານວັກຊີນ ອົງການອະນາໄມໂລກ ຫຼື WHO ແລະ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາ ເພື່ອຮັບມືກັບພະຍາດລະບາດ ຫຼື EPI ທີ່ເຮັດວຽກຮ່ວມກັບອົງການຢູນິເຊັບ (UNICEF) ພ້ອມທັງ ທະນາຄານໂລກ ຄູ່ຮ່ວມມືດ້ານການພັດທະນາ ອົງການຈັດຕັ້ງສັງຄົມ ຜູ້ຜະລິດ ແລະ ອື່ນໆ ເຊິ່ງCOVAX ແມ່ນສ່ວນໜຶ່ງຂອງແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 (ACT) ແມ່ນການຮ່ວມມືທົ່ວໂລກຄັ້ງສໍາຄັນເພື່ອເລັ່ງລັດການພັດທະນາ ການຜະລິດ ແລະ ການເຂົ້າເຖິງຢ່າງເທົ່າທຽມກັນຕໍ່ການກວດຫາ ການປິ່ນປົວ ແລະ ການສັກວັກຊີນກັນພະຍາດ.
ສ່ວນການເດີນທາງຂອງຄະນະນັກຂ່າວໃນການລົງເກັບກຳຂໍ້ມູນໃນເທື່ອຄັ້ງນີ້ ແມ່ນດຳເນິີນໂດຍ ສູນສື່ສານເພື່ອສຸຂະພາບ-ສຸຂະສຶກສາ ແລະ ສະໜັບສະໜູນ ໂດຍ ອົງການ ຢູນີເຊັບ ປະຈໍາ ສປປ ລາວ.