ກອງປະຊຸມຜູ້ກໍ່ຕັ້ງ HUAWEI CLOUD SPARK ຈັດຂຶ້ນວັນທີ 3 ສິງຫາ 2021 ຢູ່ປະເທດສິງກະໂປ ແລະ ເກາະຮົງກົງ ໂດຍບໍລິສັດ ຫົວເຫວີຍ ປະກາດວ່າຈະລົງທຶນ 100 ລ້ານໂດລາສະຫະລັດ ໃນໂຄງການ Asia-Pacific Spark Program ໃນ 3 ປີຕໍ່ໜ້າ ເພື່ອສ້າງລະບົບນິເວດສະຕ໋າດອັບທີ່ຍືນຍົງໃນຂົງເຂດອາຊີ-ປາຊີຟິກ ແຜນໂຄງການນີ້ ແມ່ນຫຼັງຈາກຫົວເຫວີຍຊ່ວຍສ້າງລະບົບນິເວດສະຕ໋າດອັບຢູ່ສິງກະໂປ ຮົງກົງ ມາເລເຊຍ ແລະ ໄທ ແລະ ຍັງສືບຕໍ່ຊ່ວຍສ້າງລະບົບນິເວດສະຕ໋າດອັບ ອີກ 4 ແຫ່ງ ຄື: ອິນໂດເນເຊຍ ຟິລິບປິນ ສີລັງກາ ແລະ ຫວຽດນາມ ແລະ ມີແຜນທີ່ຈະຮັບສະໝັກສະຕ໋າດອັບອີກ 1.000 ບໍລິສັດ ແລະ scale-ups ອີກ 100 ບໍລິສັດ.

ກອງປະຊຸມຄັ້ງນີ້ ໄດ້ເຕົ້າໂຮມກຸ່ມທຸລະກິດສະຕ໋າດອັບແຖວໜ້າຂອງອາຊີ ດຶງດູດຜູ້ກໍ່ຕັ້ງສະຕ໋າດອັບຫຼາຍກວ່າ 300 ຄົນ ສະຖາບັນການລົງທຶນແຖວໜ້າລະດັບພາກພື້ນຫຼາຍກວ່າ 50 ສະຖາບັນ ແລະ ຜູ້ຊ່ຽວຊານດ້ານອຸດສາຫະກໍາ ເຊັ່ນ: ອຸດສາຫະກໍາສະຖາບັນການສຶກສາ ແລະ ການຄົ້ນຄວ້າດ້ານການເມືອງ ລວມທັງວິຊາການ ຜູ້ນໍາ ແລະ ຕົວແທນສື່ມວນຊົນ ເພື່ອປຶກສາຫາລືກ່ຽວກັບຄຸນຄ່າທາງສັງຄົມ ແລະ ການປະກອບສ່ວນຂອງທ້ອງຖິ່ນໃນການເລີ່ມຕົ້ນລະບົບນິເວດ ວິທີການສົ່ງເສີມການປະດິດສ້າງເຕັກໂນໂລຊີ ແລະ ການປະດິດສ້າງລະບົບນິເວດ ຜ່ານທຸລະກິດສະຕ໋າດອັບ ແລະ ຊຸກຍູ້ການພັດທະນາຂອງເສດຖະກິດ ແລະ ສັງຄົມ.

ຫົວເຫວີຍ ໄດ້ແນະນໍາໂຄງການສະໜັບສະໜູນການເລີ່ມຕົ້ນໃຊ້ງານ SPARK ໃນພາກພື້ນອາຊີ-ປາຊີຟິກ ຄື: ໂຄງການຜູ້ພັດທະນາ Spark (Spark Developer Program) ມີຈຸດປະສົງເພື່ອສ້າງລະບົບນິເວດນັກພັດທະນາ Cloud Asia-Pacific ໂຄງການ Spark Pitstop ມີຈຸດປະສົງເພື່ອຊ່ວຍໃຫ້ສະຕ໋າດອັບ ປັບໃຊ້ Huawei Cloud ເພື່ອສົ່ງເສີມການພັດທະນາຜະລິດຕະພັນຢ່າງວ່ອງໄວ.

ທ່ານນາງ Chen Lifang ຜູ້ອໍານວຍການ ແລະ ຮອງປະທານອາວຸໂສຂອງຫົວເຫວີຍ ກ່າວວ່າ: ທຸລະກິດສະຕ໋າດອັບ ແລະ SMEs ແມ່ນຜູ້ປະດິດສ້າງ ແລະ ເປັນຜູ້ບຸກເບີກຍຸກຂອງພວກເຮົາ 34 ປີກ່ອນຫົວເຫວີຍ ໄດ້ເລີ່ມສ້າງບໍລິສັດ ເຊິ່ງອາໄສເງິນພຽງ 20.000 ຢວນ ພວກເຮົາຄິດມາຕະຫຼອດວ່າຈະເຮັດແນວໃດ ເພື່ອນໍາໃຊ້ປະສົບການຂອງຫົວເຫວີຍເປັນປະໂຫຍດ ແລະ ພະຍາຍາມຢ່າງເຕັມທີ່ ເພື່ອຊ່ວຍໃຫ້ທຸລະກິດສະຕ໋າດອັບສາມາດແກ້ໄຂບັນຫາຄວາມທ້າທາຍ ຍຶດເອົາໂອກາດຂອງການຫັນປ່ຽນໄປສູ່ດີຈີຕອນ ແລະ ນໍາເອົາການປະດິດສ້າງໃໝ່ໆມາສູ່ໂລກໃຫ້ປະສົບຜົນສໍາເລັດໃນທຸລະກິດ.
ທ່ານ Ping An Zhang ປະທານບໍລິສັດ ຫົວເຫວີຍ CloudBU ກ່າວວ່າ: ນັບແຕ່ນໍາສະເໜີປີ 2017 Huawei Cloud ກາຍເປັນ Cloud ທີ່ມີການຂະຫຍາຍຕົວໄວທີ່ສຸດໃນໂລກ ໃນການຂັບເຄື່ອນການຂະຫຍາຍຕົວຂອງທຸລະກິດສະຕ໋າດອັບໃນຫຼາຍພາກສ່ວນນັບບໍ່ຖ້ວນ ພວກເຮົານໍາສະເໜີ Spark Program ໃນພາກພື້ນອາຊີ-ປາຊີຟິກ ແລະ ຮ່ວມມືກັບລັດຖະບານທ້ອງຖິ່ນ ສ້າງສູນປູກຝັງແຖວໜ້າກັບບໍລິສັດຮ່ວມທຶນທີ່ມີຊື່ສຽງ ແລະ ມະຫາວິທະຍາໄລຊັ້ນແນວໜ້າ ເພື່ອສ້າງແພລດຟອມສະໜັບສະໜູນການເລີ່ມຕົ້ນທຸລະກິດຂອງຫຼາຍພາກພື້ນ ປັດຈຸບັນມີທຸລະກິດສະຕ໋າດອັບ 40 ບໍລິສັດເຂົ້າຮ່ວມ ແລະ ອະນາຄົດ Huawei Cloud ຈະເລັ່ງການຂະຫຍາຍຕົວຂອງທຸລະກິດສະຕ໋າດອັບ ໂດຍຜ່ານ 4 ໂຄງການຫຼັກ ຄື: ການຮ່ວມມືລະຫວ່າງ cloud-cloud ການປະດິດສ້າງດ້ານເຕັກໂນໂລຊີຢ່າງຕໍ່ເນື່ອງ ການບໍລິການທ້ອງຖິ່ນທົ່ວໂລກ ແລະ ລະບົບນິເວດທຸລະກິດທີ່ມີຄຸນນະພາບສູງ ນອກນີ້ ຫົວເຫວີຍຍັງໄດ້ນໍາສະເໜີກ່ຽວກັບ“ແຜນການປະດິດສ້າງການຮ່ວມມື Cloud-Cloud” ໃຫ້ທົ່ວໂລກ ລວມທັງ Huawei Cloud ແລະ Huawei Terminal Cloud ເພື່ອໃຫ້ທຸລະກິດສະຕ໋າດອັບໄດ້ຮັບການສະໜັບສະໜູນດ້ານຊັບພະຍາກອນ ເຊິ່ງເປັນມູນຄ່າ 20 ລ້ານໂດລາສະຫະລັດ ໃນປີ 2021 ມີແຜນຈະສະໜັບສະໜູນຜູ້ປະກອບການ 200 ບໍລິສັດ ໃນລະບົບ HMS ແບ່ງປັນຊັບພະຍາກອນທີ່ມີຄຸນະພາບສູງໃຫ້ນັກພັດທະນາທົ່ວໂລກ ກວມເອົາຜູ້ໃຊ້ປາຍທາງຫຼາຍກວ່າ 1 ຕື້ຄົນ ແລະ ສ້າງສູນການປະດິດສ້າງສຳລັບຜູ້ພັດທະນາ HMS ເພື່ອເຝິກອົບຮົມຜູ້ພັດທະນາພື້ນຖານ cloud HMS 100.000 ຄົນ.
ທ່ານ ດຣ Lin Rui CEO ຂອງ SGInnovate ກ່າວວ່າ: ພຽງແຕ່ພວກເຮົາສາມັກຄີກັນ ແລະ ສ້າງໂອກາດເທົ່ານັ້ນ ພວກເຮົາຈະໄດ້ຮັບຜົນປະໂຫຍດທີ່ດີໃນເສດຖະກິດເຕັກໂນໂລຊີທີ່ເລິກເຊິ່ງ ເພື່ອສະໜັບສະໜູນຄວາມສາມາດທີ່ມີທ່າແຮງສູງຂອງສິງກະໂປ ແລະ ການເລີ່ມຕົ້ນເຕັກໂນໂລຊີທີ່ພົ້ນເດັ່ນຂຶ້ນ.
ທ່ານ Xue Yongheng ຜູ້ອໍານວຍການສໍານັກງານນະວັດຕະກໍາ ແລະ ເຕັກໂນໂລຊີຂອງເຂດບໍລິ ຫານພິເສດຮົງກົງ ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ສະໜອງເວທີທີ່ມີຄຸນຄ່າເພື່ອເຊື່ອມຕໍ່ກັບຜູ້ປະກອບການ ການລົງທຶນໃນກອງທຶນ ວິສາຫະກິດ ແລະ ລັດຖະບານໃນອາຊີ ແລກປ່ຽນຄວາມຄິດເຫັນ ແລະ ປະສົບການ ສິ່ງນີ້ສອດຄ່ອງກັບເປົ້າໝາຍຂອງລັດຖະບານໃນການສົ່ງເສີມການປະດິດສ້າງເຕັກໂນໂລຊີ ພັດທະນາເຂດຮົງກົງໃຫ້ເປັນສູນປະດິດສ້າງເຕັກໂນໂລຊີລະດັບສາກົນ ເຕົ້າໂຮມການປະດິດສ້າງ ແລະ ຄວາມສາມາດດ້ານເຕັກໂນໂລຊີລະດັບໂລກ ແລະ ວິສາຫະກິດ ໂດຍອີງໃສ່ຂັ້ນຕອນການພັດທະນາແບບຍຶດເອົາໂອກາດ ແລະ ແຜນການເຮັດວຽກຮ່ວມກັນ ນອກນີ້ ທ່ານ Liu Hongyun ປະທານພາກພື້ນອາຊີ-ປາຊີ ຟິກຂອງຫົວເຫວີຍ ກໍໄດ້ກ່າວວ່າ: ຫົວເຫວີຍໄດ້ເຝິກຝົນວັດຖຸປະສົງຢູ່ອາຊີ-ປາຊີຟິກ ເພື່ອໃຫ້ອາຊີ-ປາຊີຟິກເປັນເວລາ 2 ທົດສະວັດແລ້ວ ໂຄງການ Spark ຈະລົງທຶນ 100 ລ້ານໂດລາສະຫະລັດໃນອີກ 3 ປີຕໍ່ໜ້າ ເພື່ອສ້າງຕັ້ງລະບົບນິເວດສໍາລັບສະຕ໋າດອັບທີ່ຍືນຍົງໃນພາກພື້ນຢ່າງເຕັມທີ່ ໂດຍອີງໃສ່ຮາກຖານລູກຄ້າທົ່ວໂລກ ຊັບພະກອນ ແລະ ເຕັກໂນໂລຊີແບບເຕັມຮູບແບບຂອງຫົວເຫວີຍ ເພື່ອສ້າງມູນຄ່າເພີ່ມໃຫ້ພາກພື້ນອາຊີ-ປາຊີີຟິກ.
# ຂ່າວ & ພາບ : ສະບາໄພ