ພິທີມອບໂອນກົງຈັກການຈັດຕັ້ງ ແລະ ພະນັກງານ-ລັດຖະກອນຂອງພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 4 ສິງຫາ 2021 ທີ່ຫ້ອງວ່າການປົກຄອງ ນວ ເປັນກຽດເຂົ້າຮ່ວມຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມດ້ວຍຫົວໜ້າ ຮອງຫົວໜ້າພະແນກ ຮອງເຈົ້າເມືອງ ແລະ ຫ້ອງການທີ່ກ່ຽວເຂົ້າ.

ໃນພິທີ ທ່ານນາງ ຄຳໄພ ລັດສະໝີ ຫົວໜ້າພະແນກພາຍໃນ ນວ ຮອງຄະນະຮັບຜິດຊອບຄົ້ນຄວ້າການຍຸບເລີກພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນວ ແລະ ສ້າງຕັ້ງເປັນພະແນກເຕັກໂລຊີ ແລະ ການສື່ສານ ນວ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກ ນວ ວ່າດ້ວຍການຍຸບເລີກພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນວ ແລະ ຫ້ອງການວິທະນາສາດ ແລະ ເຕັກໂລຊີເມືອງ ມະຕິຕົກລົງຂອງທ່ານເຈົ້າຄອງ ວ່າດ້ວຍການຊັບຊ້ອນວຽກຂອງພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນວ ໂດຍຕົກລົງຍຸບເລີກພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນວ ພ້ອມກັນນັ້ນ ກໍໄດ້ຊັບຊ້ອນວຽກງານວິທະຍາສາດ ລວມທັງກົງຈັກໄປຂຶ້ນກັບພະແນກສຶກສາທິການ ແລະ ກີລາ ຊັບຊ້ອນວຽກງານເຕັກໂນໂລຊີ ບໍລິຫານ ຈັດຕັ້ງ ກວດກາ ລວມທັງກົງຈັກ ພະນັກງານ-ລັດຖະກອນໄປຂຶ້ນກັບພະແນກເຕັກໂນໂລຊີ ແລະ ການສື່ສານ ຊັບຊ້ອນວຽກງານຊັບສິນທາງປັນຍາ ມາດຕະຖານ ວັດແທກລວມທັງກົງຈັກ ພະນັກງານ-ລັດຖະກອນໄປຂຶ້ນກັບພະແນກອຸດສາຫະກຳ ແລະ ການຄ້າ ຊັບຊ້ອນວຽກງານນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບໄປໃຫ້ພະແນກກະສິກຳ ແລະ ປ່າໄມ້ ນວ ຊັບຊ້ອນພະລັງງານທົດແທນ ແລະ ວັດສະດຸໃໝ່ໄປໃຫ້ພະແນກພະລັງງານ ແລະ ບໍ່ແຮ່ ນວ ຊັບຊ້ອນພະນັກງານ-ລັດຖະກອນຂອງພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນວ ໄປຂຶ້ນກັບພະແນກເຕັກໂນໂລຊີ ແລະ ການສື່ສານ ອຸດສາຫະກຳ ແລະ ການຄ້າ ອຸດສາຫະກຳ ແລະ ປ່າໄມ້ ນວ ຕາມຄວາມຮູ້ຄວາມສາມາດ ປະສົບການ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງ ແລະ ຊັບຊ້ອນວຽກງານລວມທັງກົງຈັກ ພະນັກງານ-ລັດຖະກອນຂອງຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີເມືອງໄປຂຶ້ນກັບຫ້ອງການເຕັກໂນໂລຊີ ແລະ ການສື່ສານ ແລະ ຫ້ອງການຂອງເມືອງຈຳນວນໜຶ່ງ.
.
# ຂ່າວ & ພາບ : ອົ່ນ ໄຟສົມທອງ