ສອງພາກສ່ວນມອບເຄື່ອງໃຫ້ອົງການປົກຄອງ ນວ

    ວັນທີ 4 ສິງຫາ 2021 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ບໍລິສັດເຄີເຊິນ ຈຳກັດຜູ້ດຽວ ແລະ ບໍລິສັດຊັ່ງຈຽງລາວ ຈຳກັດຜູ້ດຽວ ໄດ້ນຳເອົາເຄື່ອງມາມອບໃຫ້ແກ່ອົງການປົກຄອງນວ ມອບໂດຍທ່ານ ສິງປະເສີດ ໄຊມຸງຄຸນ ປະທານບໍລິສັດ ເຄີເຊິນ ຈຳກັດຜູ້ດຽວ ແລະ ທ່ານ ຫວງເຈ່ຍເວີ່ຍ ຮອງຜູ້ອຳນວຍການບໍລິສັດ ຊັ່ງຈຽງລາວ ຈຳກັດຜູ້ດຽວ ຮັບໂດຍທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອນ ນວ ມີພະນັກງານກ່ຽວຂ້ອງເຂົ້າຮ່ວມ.

      ເຄື່ອງທີ່ນຳມາມອບຄັ້ງນີ້ ມີຕຽງນອນ 100 ໜ່ວຍ ໝອນ 100 ໜ່ວຍ ມູນຄ່າ 35.000.000ກີບ ໂດຍແມ່ນຂອງບໍລິສັດເຄີເຊິນ ຈຳກັດຜູ້ດຽວ ແລະ ບໍລິສັດຊັ່ງຈຽງລາວ ຈຳກັດຜູ້ດຽວໄດ້ນຳເອົາ ຜ້າຫົ່ມ 300 ຜືນ ມຸ້ງ 300 ຜືນ ສາດ 300 ຜືນ ແລະ ໝອນ 300 ໜ່ວຍ ມູນຄ່າ 30.000.000 ກີບ ເຄື່ອງຈຳນວດັ່ງກ່າວແມ່ນຈະມອບໃຫ້ສູນກັນບໍລິເວນເມືອງຫາດຊາຍຟອງ ແລະ ເມືອງປາກງື່ມ ນວ.

# ຂ່າວ & ພາບ :  ອົ່ນ ໄຟສົມທອງ

error: Content is protected !!