ຄົ້ນຄວ້າກຳນົດເຄື່ອງນຸ່ງຊຸດປະຈໍາຊາດ ສຳລັບທ່ານຊາຍ-ຍິງ

    ກອງປະຊຸມສໍາມະນາວິທະຍາສາດ ການແຕ່ງກາຍຊຸດປະຈໍາຊາດ ຈັດຂຶ້ນວັນທີ 4 ສິງຫາ 2021 ທີ່ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໂດຍເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ມີຮອງລັດຖະມົນຕີ ຖວທ ອະດິດພະນັກງານບໍານານ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ເພື່ອຄົ້ນຄວ້າກຳນົດເຄື່ອງນຸ່ງຊຸດປະຈໍາຊາດ ໂດຍອິງໃສ່ຂໍ້ກຳນົດເຄື່ອງນຸ່ງສຳລັບທ່ານຊາຍ-ຍິງ ໃນການເຄື່ອນໄຫວວຽກງານຕ່າງປະເທດ ຂອງກະຊວງການຕ່າງປະເທດ ແລະ ອິງຕາມຫຼັກການໃນການອອກແບບ ການຕັດຫຍິບເຄື່ອງຕາມການນິຍົມຊົມຊອບການນຸ່ງຖືເຄື່ອງເຂົ້າຮ່ວມງານ ຫຼື ພິທີການຕ່າງໆຂອງປະຊາຊົນລາວບັນດາເຜົ່າທີ່ໄດ້ສຶບທອດກັນມາຫຼາຍຮຸ່ນຄົນຈົນມາຮອດປັດຈຸບັນ ເພື່ອມາເປັນແບບ ຫຼື ເປັນຂໍ້ມູນທີ່ຊົງຄຸນວຸດທິທັງຫຼາຍ ທັງເປັນການຄົ້ນຄວ້າ ຊີ້ນຳເພີ່ມເຕີມທາງດ້ານເນື້ອໃນ ຮູບແບບ ແລະ ໃຫ້ມີທິດສະດີ.

    ຊຸດປະຈໍາຊາດເປັນຫຼັກການ ລະບຽບການ ມາດຕະການກ່ຽວກັບການແຕ່ງກາຍຊຸດປະຈໍາຊາດ ໃຫ້ມີຄວາມຊັດເຈນ ນຳໃຊ້ຢ່າງເປັນເອກກະພາບໃນທົ່ວປະເທດ ຮັກສາລັກສະນະຊາດກ້າວໜ້າ ແລະ ມະຫາຊົນ ແນໃສ່ລັກສະນະສຶບທອດ ແລະ ພັດທະນາຫົວຄິດປະດິດສ້າງຂອງປະຊາຊົນດ້ານສີໄມ້ລາຍມື ອັນປານິດຈົບງາມ ທີ່ເປັນເອກະລັດໂດດເດັ່ນຂອງຊາດ.

# ຂ່າວ & ພາບ :  ຊິລິການດາ

error: Content is protected !!