ວັນທີ 4 ສິງຫາ 2021 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ລົງຕິດຕາມກວດກາສະຖານທີ່ກັກກັນແຮງງານ ຢູ່ສູນກີລາເທຄວັນໂທແຫ່ງຊາດ (ວິທະຍາເຂດ ມະຫາວິທະຍາ ໄລແຫ່ງຊາດ) ເພື່ອກຳນົດເອົາຈຸດດັ່ງກ່າວເປັນບ່ອນຮອງຮັບແຮງງານທີ່ຈະກັບຄືນມາແຕ່ປະເທດເພື່ອນບ້ານ ໂດຍມີທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ພ້ອມດ້ວຍຄະນະສະເພາະກິດຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງໃຫ້ການຕ້ອນຮັບ.
# ຂ່າວ & ພາບ : ລັດເວລາ