ທ່ານ ທອງສິງ ທຳມະວົງ ອະດີດນາຍົກລັດຖະມົນຕີ ໃຫ້ສຳພາດຕໍ່ສື່ມວນຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ 15 ສິງຫາ ຄົບຮອບ 30 ປີ ວັນທີ 3 ສິງຫາ 2021 ທີ່ນະຄອນຫຼວງວຽງຈັນ ໂດຍມີທັດສະນະວ່າ:

ລັດຖະທໍາມະນູນແມ່ນກົດໝາຍພື້ນຖານ ຫຼື ເອີ້ນວ່າກົດໝາຍແມ່ ເປັນກົດໝາຍທີ່ສໍາຄັນກວ່າໜູ່ຢູ່ໃນປະເທດຊາດຂອງພວກເຮົາ ສະແດງອອກ ລັດຖະທໍາມະນູນເປັນບ່ອນອີງການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ເຮັດໃຫ້ແນວທາງນະໂຍບາຍຂອງພັກໄດ້ຮັບການຈັດຕັ້ງປະຕິບັດ ໃນນາມສ່ວນຕົວ ເຫັນວ່າລັດຖະທໍາມະນູນມີຄວາມສໍາຄັນທີ່ສຸດສໍາລັບປະເທດຊາດ ກໍຄືປະຊາຊົນບັນດາເຜົ່າ ພັກ-ລັດຖະບານ ພະນັກງານ-ລັດຖະກອນ ທະຫານ ແລະ ຕໍາຫຼວດ ເປັນຜູ້ຈັດຕັ້ງປະຕິບັດເຄື່ອນໄຫວ ຕະຫຼອດຮອດກົດໝາຍຕ່າງໆທີ່ທາງສະພາແຫ່ງຊາດຮັບຮອງເອົາ ລັດຖະບັນຍັດປະທານປະເທດ ດໍາລັດຂອງນາຍົກ ຄໍາສັ່ງ ຄໍາແນະນນໍາ ຂໍ້ຕົກລົງຂອງລັດຖະມົນຕີ ເຈົ້າແຂວງ ແລະ ເຈົ້າຄອງນະຄອນ ແມ່ນອີງໃສ່ລັດຖະທໍາມະນູນໃນການຄຸ້ມຄອງລັດ ຄຸ້ມຄອງສັງຄົມ.
ລັດຖະທໍາມະນູນ ໄດ້ສະແດງເຖິງເຈດຈໍານົງຂອງປະຊາຊົນລາວທັງຊາດ ໃນການປະຕິບັດລັດຖະທໍາມະນູນ ຄືການປະຕິບັດກົດໝາຍ ປະຕິບັດກົດໝາຍກໍຄືການປະຕິບັດລັດຖະທໍາມະນູນ ນອກນີ້ ລັດຖະທໍາມະນູນຍັງໄດ້ເປັນບ່ອນອີງອັນສໍາຄັນໃນການຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່ຂອງກົງຈັກລັດຂອງພວກເຮົາໃນຂອບເຂດທົ່ວປະເທດ ເຊິ່ງຜູ້ທີ່ມີບົດບາດສໍາຄັນໃນການຈັດຕັ້ງປະຕິບັດແມ່ນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ນະຄອນຫຼວງ ເປັນຜູ້ນໍາເອົາຄວາມມຸ່ງມາດປາດຖະໜາຂອງປະຊາຊົນມາສູ່ປະເທດຊາດ ດ້ວຍການນໍາເອົາລົງເຜີຍແຜ່ສູ່ຮາກຖານໃຫ້ປະຊາຊົນຮັບຮູ້ ແລະ ຖືໂອກາດດັ່ງກ່າວ ເກັບເອົາຄໍາຄິດເຫັນຂອງປະຊາຊົນມາສູ່ສະພາແຫ່ງຊາດ ເພື່ອໄດ້ມີການສ້າງ ແລະ ປັບປຸງກົດໝາຍໃຫ້ແທດເໝາະກັບສະພາບການຕົວຈິງ ຫັນໄປສູ່ການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍເທື່ອລະກ້າວ.
# ຂ່າວ & ພາບ : ຂັນທະວີ