ວັນນີ້ ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ ໃນຊຸມຊົນ 7 ຄົນ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບໂຄວິດ-19 ໃນ ສປປ ລາວ ໃນໂລກວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ມາຮອດວັນທີ 3 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 2.696 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 290 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 7 ຄົນ ຄື: ນະຄອນຫຼວງວຽງຈັນ 1 ຄົນ (ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ເປັນພະນັກງານຢູ່ສູນຈຳກັດບໍລິເວນ) ໄຊຍະບູລີ 3 ຄົນ ສະຫວັນນະເຂດ 2 ຄົນ ແລະ ຈຳປາສັກ 1 ຄົນ.

    ສຳລັບກໍລະນີນໍາເຂົ້າ ມີ 283 ຄົນ ຈາກນະຄອນຫຼວງ 37 ຄົນ ຄຳມ່ວນ 6 ຄົນ ສະຫວັນນະເຂດ 92 ຄົນ ສາລະວັນ 17 ຄົນ ແລະ ຈຳປາສັກ 131 ຄົນ ເຊິ່ງກວດພົບຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ ສ່ວນຜູ້ຕິດເຊື້ອໃໝ່ 1 ຄົນ ຢູ່ນະຄອນຫຼວງວຽງຈັນ ແມ່ນເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ເປັນພະນັກງານຢູ່ສູນຈຳກັດບໍລິເວນ ປັດຈຸບັນ ຜູ້ກ່ຽວໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 7.305 ຄົນ ຄົນເຈັບເສຍຊີວິດສະສົມ 7 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວທັງໝົດ 3.620 ຄົນ.

   # ຂ່າວ & ພາບ :  ສີພອນ

error: Content is protected !!