ເລຂາທິການໃຫຍ່ ຊີ້ນໍາການປະຕິບັດວຽກງານໃນຕໍ່ໜ້າ ຂອງພະນັກງານຫຼັກແຫຼ່ງກະຊວງປ້ອງກັນປະເທດ

    ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ໄດ້ເຄື່ອນໄຫວພົບປະໂອ້ລົມພະນັກງານຫຼັກແຫຼ່ງກະຊວງປ້ອງກັນປະເທດ ວັນທີ 4 ສິງຫາ 2021 ທີ່ສະໂມສອນກະຊວງດັ່ງກ່າວ ມີສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງ ເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະກໍາມະການສູນກາງພັກ ຄະນະນໍາ ຄະນະພັກ ຄະນະບັນຊາ ແລະ ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.

    ການພົບປະຄັ້ງນີ້ ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ລາຍງານການຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃນທົ່ວກອງທັບ ຈາກນັ້ນ ສະຫາຍ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມ ເຊິ່ງໄດ້ສະແດງຄວາມຊົມເຊີຍຕໍ່ນາຍ ແລະ ພົນທະຫານທົ່ວກອງທັບ ທີ່ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ໃນການຈັດຕັ້ງປະຕິບັດວຽກງານຕະຫຼອດໄລຍະທີ່ຜ່ານມາ ພອ້ມທັງໃຫ້ທິດຊີ້ນໍາວຽກງານໃນຕໍ່ໜ້າ ເປັນຕົ້ນ ສືບຕໍ່ເຝິກຝົນທາດແທ້ປະຕິວັດ ຄວາມຈົງຮັກພັກດີຕໍ່ປະເທດຊາດ ຍອມເສຍສະຫຼະເພື່ອຊາດ ເພື່ອປະຊາຊົນຂອງນັກຮົບ ນາຍ ແລະ ພົນທະຫານໃນກອງທັບເຮົາ ໃຫ້ຖືເປັນບັນຫາສຳຄັນໃຈກາງ ແລະ ບໍ່ສາມາດຖືເບົາໄດ້ ສ້າງຄວາມເປັນເອກະພາບສູງ ກັບແນວທາງນະໂຍບາຍຂອງພັກຢ່າງໜັກແໜ້ນພາຍໃນຖັນແຖວປະກອບອາວຸດ ໃຫ້ກຳລັງປະກອບອາວຸດເປັນກຳລັງແຖວໜ້າໃນການກຳແໜ້ນແນວທາງນະໂຍບາຍຂອງພັກ ຜັນຂະຫຍາຍອອກມາເປັນອັນລະອຽດຂອງກຳລັງປະກອບອາວຸດ ເພື່ອເຝິກຝົນປະຊາຊົນ ອະທິບາຍ ແລະ ສ້າງຮາກຖານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ເຂັ້ມແຂງຂຶ້ນ ກອງທັບ ນັກຮົບ ນາຍ ແລະ ພົນທະຫານ ຕ້ອງສືບຕໍ່ເຝິກຝົນຄວາມມີລະບຽບວິໄນ ຖືສິ່ງນີ້ເປັນທາດແທ້ ເປັນຊີວິດຈິດໃຈຂອງຕົນ ທັງເປັນຄຸນລັກສະນະທີ່ຂາດບໍ່ໄດ້ ເພື່ອເປັນອາວຸດອັນແຫຼມຄົມ ຕັດສິນໄຊຊະນະ ພ້ອມນັ້ນ ຕ້ອງເຝິກຝົນຫຼໍ່ຫຼອມດ້ານສິລະປະຍຸດ ຍຸດທະວິທີ ຢ່າງເປັນປະຈຳ ພັດທະນາກອງທັບໃຫ້ເຂັ້ມແຂງ ທັນສະໄໝເທື່ອລະກ້າວ ຮູ້ຈຸດໃດ ຂົງເຂດໃດ ກຳລັງປະເພດໃດ ທີ່ຕ້ອງເນັ້ນໜັກການພັດທະນາ ເນັ້ນໜັກການປັບປຸງ ເນັ້ນໜັກການນຳໃຊ້ ພ້ອມນັ້ນ ຕ້ອງສືບຕໍ່ເອົາໃຈໃສ່ຊ່ວຍລັດຖະບານແກ້ໄຂບັນຫາເສດຖະກິດ ສ້າງຄວາມເຂັ້ມແຂງສ້າງພະລາທິການກັບທີ່ ສືບຕໍ່ມູນເຊື້ອອັນດີງາມໃນການຊ່ວຍເຫຼືອປະຊາຊົນ ຊ່ວຍເຫຼືອດ້ານການລົບລ້າງຄວາມທຸກຍາກ ຊ່ວຍບັນເທົາທຸກໃນຍາມມີໄພທີ່ກະທົບເຖິງປະຊາຊົນດັ່ງທີ່ເຄີຍປະຕິບັດມາ ແລະ ອື່ນໆ.

   # ຂ່າວ & ພາບ :  ຂັນທະວີ

error: Content is protected !!