ວັນທີ 4 ສິງຫາ 2021 ຢູ່ກະຊວງແຜນການ ແລະ ການລົງທຶນ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມ ແລະ ພົບປະຂອງທ່ານ ອິກນາຊີໂອ ກາດສິດ ຮອງປະທານາທິບໍດີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສະມາພັນທະລັດສະວິດ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມທາງການຢູ່ ສປປ ລາວ ແຕ່ວັນທີ 3-4 ສິງຫາ 2021.

ໂອກາດດັ່ງກ່າວ ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ ເຊິ່ງມີລັກສະນະຕັ້ງໜ້າ ພ້ອມທັງມີຈຸດສຸມ ແລະ ມີລະດັບການຈັດຕັ້ງປະຕິບັດຢ່າງເປັນລະບົບ ແລະ ມີເປົ້າໝາຍໃນການຫຼຸດຜ່ອນຄວາມທຸກຍາກຂອງ ສປປ ລາວ ໃນໂອກາດດັ່ງກ່າວນີ້ ສອງຝ່າຍໄດ້ລົງນາມຮ່ວມກັນ ໃນສັນຍາວ່າດ້ວຍການຮ່ວມມືດ້ານເຕັກນິກ ວັດທະນະທຳ ເສດຖະກິດ ແລະ ການເງິນ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳ ລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານສະວິດ ໄລຍະປີ 2022-2025 ລວມມູນຄ່າປະມານ 65 ລ້ານໂດລາສະຫະລັດ ຫຼື ປະມານ 621.308 ຕື້ກວ່າກີບ ເຊິ່ງເປັນການຊ່ວຍເຫຼືອໃນຂອບໃໝ່ ເພື່ອໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສະໄໝທີ 9.

# ຂ່າວ & ພາບ : ຊິລິການດາ