ວັນທີ 3 ສິງຫາ 2021 ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມເພື່ອເບິ່ງຄວາມຄືບໜ້າການພັດທະນາໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກນະຄອນຫຼວງວຽງຈັນ ໂດຍສະເພາະໂຄງການພັດທະນາທ່າບົກທ່ານາແລ້ງ ທີ່ຈະສຳເລັດທ້າຍປີນີ້ ພິທີຕ້ອນຮັບ ຈັດຂຶ້ນທີ່ສໍານັກງານໃຫຍ່ບໍລິສັດ ວຽງຈັນໂລຈິສຕິກພາກ ຈໍາກັດ ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຖືກຕ້ອນຮັບໂດຍທ່ານ ຈັນທອນ ສິດທິໄຊ ປະ ທານບໍລິສັດ ວຽງຈັນໂລຈິສຕິກພາກ ຈຳກັດ ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກໍາມະການຍຸດທະສາດ ແລະ ການວາງແຜນບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ ທ່ານ ສີລາ ວຽງແກ້ວ ຮອງປະທານກຳມະ ການບໍລິຫານການຄ້າ ແລະ ລະບຽບການບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ ພ້ອມດ້ວຍພະນັກງານຫຼັກ ແຫຼ່ງບໍລິສັດ ວຽງຈັນໂລຈິສຕິກພາກ ຈໍາກັດ.

ໂອກາດລົງມາຢ້ຽມຢາມໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກນະຄອນຫຼວງວຽງຈັນຄັ້ງນີ້ທ່ານລັດຖະມົນຕີພ້ອມຄະນະ ໄດ້ຮັບຟັງລາຍງານສະພາບຄວາມເປັນມາ ແລະ ການລົງທຶນພັດທະນາໂຄງການຂອງບໍລິສັດ ປັດຈຸບັນກຳລັງເລັ່ງກໍ່ສ້າງພື້ນຖານໂຄງລ່າງເພື່ອຮອງຮັບການພັດທະນາໂຄງການຕໍ່ໄປ ເປັນຕົ້ນ ກໍ່ສ້າງເສັ້ນທາງ ລະບົບລະບາຍນໍ້າ ເດີ່ນຈອດລົດ ປະຕູໂຂງ ອາຄານສໍານັກງານ ລະບົບສາງ ແລະ ອື່ນໆທີ່ເປັນສິ່ງອຳນວຍຄວາມສະດວກດ້ານຕ່າງໆໃນການດຳເນີນໂຄງການແມ່ນມີຄວາມຄືບໜ້າໄວ ການກໍ່ສ້າງໃຊ້ເວລາພຽງແຕ່ 8 ເດືອນ ມາຮອດປັດຈຸບັນ ສຳເລັດຫຼາຍກວ່າ 80% ແລະ ຈະສຳເລັດພ້ອມເປີດນຳໃຊ້ຢ່າງເປັນທາງການພາຍໃນເດືອນພະຈິກ 2021.

.
# ຂ່າວ & ພາບ : ສົມສະຫວັນ