ວັນທີ 3 ສິງຫາ 2021 ທີ່ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະປຶກສາຫາລືກັບທ່ານ ອິກນາຊີໂອ ກາດສີດສ (Ignazio Cassis) ຮອງປະທານາທິບໍດີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສະມາພັນທະລັດສະວິດ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ວັນທີ 3-4 ສິງຫາ 2021.
ການພົບປະຄັ້ງນີ້ ສອງຝ່າຍໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍໃນໄລຍະຜ່ານມາ ໂດຍໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ບົນພື້ນຖານຄວາມເຂົ້າອົກເຂົ້າໃຈ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ການພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອມາແຕ່ດົນນານ ນັບຕັ້ງແຕ່ໄດ້ຮັບການສ້າງຕັ້ງສາຍພົວພັນການທູດນໍາກັນໃນປີ 1963 ໃນໂອກາດດຽວກັນ ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ຕາງໜ້າໃຫ້ລັດຖະບານ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງລັດຖະບານ ແລະ ປະຊາຊົນສະວິດ ທີ່ມີຕໍ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນລະຫວ່າງປີ 2006-2021 ທີ່ສະວິດ ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ລວມມູນຄ່າທັງໝົດປະມານ 224 ລ້ານຟຣັງສະວິດ ເຊິ່ງກວມເອົາຫຼາຍຂະແໜງການທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ປັດຈຸບັນ ສະວິດໄດ້ສຸມໃສ່ການຊ່ວຍເຫຼືອໃນຂະແໜງການບູລິມະສິດຂອງການພັດທະນາຢູ່ ສປປ ລາວ ເຊັ່ນ: ຂົງເຂດກະສິກຳ ແລະ ຄ້ຳປະກັນສະບຽງອາຫານ ການປົກຄອງ ແລະ ການມີສ່ວນຮ່ວມຂອງປະຊາຊົນ ອາຊີວະສຶກສາ ການຈ້າງງານ ແລະ ການພັດທະນາສີມືແຮງງານ ນອກນັ້ນ ສະວິດຍັງໄດ້ປະກອບສ່ວນການຊ່ວຍເຫຼືອດ້ານສະບຽງອາຫານໃຫ້ແຮງງານລາວທີ່ສູນຈຳກັດບໍລິເວນພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆ ວັກຊີນຕ້ານພະຍາດໂຄວິດ-19 ຜ່ານໂຄງການ Covax Facility Programme ແລະ ຫຼາຍໆໂຄງການທີ່ສະໜັບສະໜູນວຽກງານການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ພິເສດ ໃນໂອກາດຢ້ຽມຢາມຄັ້ງນີ້ ຈະມີພິທີລົງນາມໃນຂອບການຊ່ວຍເຫຼືອໃໝ່ແກ່ ສປປ ລາວ ໃນສັນຍາວ່າດ້ວຍການຊ່ວຍເຫຼືອດ້ານວິຊາການ ວັດທະນະທໍາ ການເງິນ ເສດຖະກິດ ແລະ ການຊ່ວຍເຫຼືອດ້ານມະນຸດສະທໍາ. ໃນໂອກາດດັ່ງກ່າວ ສອງຝ່າຍຍັງໄດ້ພ້ອມກັນຕີລາຄາສູງຕໍ່ການຮ່ວມມືໃນຂອບອາຊຽນ ເຊິ່ງໃນໄລຍະຜ່ານມາ ສະວິດໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າ ໃນການເສີມຂະຫຍາຍການພົວພັນກັບບັນດາປະເທດລຸ່ມແມ່ນໍ້າຂອງ ແລະ ພາກພື້ນແມ່ນໍ້າຂອງ ແລະ ອາຊຽນ ໃນຖານະເປັນຄູ່ຮ່ວມມືພັດທະນາ ອັນພົ້ນເດັ່ນແມ່ນການຄ້າອາຊຽນ-ສະວິດ ໃນປີ 2020 ມີມູນຄ່າລວມ 25,86 ຕື້ໂດລາສະຫະລັດ ການລົງທຶນຈາກ ສະວິດ ຢູ່ ອາຊຽນ ມີທ່າອ່ຽງເພີ່ມຂຶ້ນຈາກປີ 2018 ມີມູນຄ່າ 0,71 ຕື້ໂດລາສະຫະລັດ ແລະ ໃນປີ 2019 ແມ່ນມີມູນຄ່າເພີ່ມຂຶ້ນເປັນ 3,53 ຕື້ໂດລາສະຫະລັດ.
.
# ຂ່າວ & ພາບ : ຂັນທະວີ