ມື້ນີ້ ສປປ ລາວ ມີຄົນຕິດເຊື້ອໂຄວິດ-19 ເພີ່ມອີກ 250 ຄົນ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ຖະແຫຼງຂ່າວປະຈຳວັນທີ 3 ສິງຫາ 2021 ຢູ່ກະຊວງສາທາລະນະສຸກ ກ່ຽວກັບການແຜ່ບາດຂອງພະຍາດ ໂຄວິດ-19 ໃນທົ່ວໂລກ ແລະ ຢູ່ສປປ ລາວ.

    ໃນວັນທີ 2 ກໍລະກົດ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.951 ຕົວຢ່າງ ເຊິ່ງກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 250 ຄົນ ໃນນີ້ ຕິດເຊື້ອໃນຊຸມຊົນຈຳນວນ 13 ຄົນ ຢູ່ແຂວງວຽງຈັນ 4 ຄົນ (ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ) ບໍ່ແກ້ວ 4 ຄົນ (ເມືອງຕົ້ນເຜິ້ງ) ຫຼວງນ້ຳທາ 1 ຄົນ (ເດີນທາງມາແຕ່ເມືອງຕົ້ນເຜິ້ງ) ແລະ ແຂວງສະຫວັນນະເຂດ 4 ຄົນ (ພະນັກງານປະຈຳດ່ານ 1 ຄົນ) ສຳລັບກໍລະນີນຳເຂົ້າມີ 237 ຄົນ ຈາກນະຄອນຫຼວງວຽງຈັນ 78 ຄົນ ແຂວງວຽງຈັນ 2 ຄົນ ຄຳມ່ວນ 30 ຄົນ ສະຫວັນນະເຂດ 63 ຄົນ ສາລະວັນ 16 ຄົນ ແລະ ແຂວງຈຳປາສັກ 48 ຄົນ ທັງ 237 ຄົນນີ້ ແມ່ນກວດພົບຈາກແຮງງານລາວທີ່ກັບມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນທີ່ຖືກຕ້ອງຕາມກົດໝາຍ.

    ມາຮອດປັດຈຸບັນ ຢູ່ ສປປ ລາວ ມີຈໍານວນຜູ້ຕິດເຊື້ອສະສົມທັງໝົດ 7.015 ຄົນ ເສຍຊີວິດຈຳນວນ 7 ຄົນ ແລະ ກໍາລັງປິ່ນປົວ 3.392 ຄົນ ເຊິ່ງທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 199.510.958 ຄົນ (ໃໜ່ 448.599 ຄົນ) ເສຍຊີວິດສະສົມ 4.247.170 ຄົນ (ໃໝ່ 7.098 ຄົນ) ແລະ ປີ່ນປົວຫາຍດີ 180.001.469 ຄົນ(ໃໝ່ 382.830 ຄົນ) ສຳລັບ 3 ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກແມ່ນສະຫະລັດອາເມຣິກາ ອິນເດຍ ແລະ ບຣາຊິນ.

   # ຂ່າວ & ພາບ :  ຊິລິການດາ

error: Content is protected !!