ຍົກສູງຄຸນນະພາບເນື້ອໃນກອງປະຊຸມສະໄໝວິສາມັນ

   ກອງປະຊຸມຍົກສູງຄຸນນະພາບດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ຈັດຂຶ້ນວັນທີ 3-4 ສິງຫາ 2021 ຢູ່ ສພຊ (ຫຼັກ6) ໂດຍເປັນປະທາານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ມີຮອງປະທານສະພາ ສະມາຊິກ ສພຊ ປະຈຳແຕ່ລະເຂດເລືອກຕັ້ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ຄົ້ນຄວ້າ ພິຈາລະນາ ແລະ ຕົກລົງບາງບັນຫາສໍາຄັນຂອງຊາດ ເປັນຕົ້ນ ບົດລາຍງານຂອງລັດຖະບານ ກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ບົດລາຍງານຂອງລັດຖະບານ ກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຄົ້ນຄວ້າພິຈາລະນາການປັບປຸງບາງມາດຕາກົດໝາຍທີ່ພົວພັນກັບວາລະແຫ່ງຊາດ 5 ສະບັບ ຄື: ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ກົດໝາຍວ່າດ້ວຍອາກອນລາຍໄດ້ ກົດໝາຍວ່າດ້ວຍອາກອນຊົມໃຊ້ ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ແລະ ກົດໝາຍວ່າດ້ວຍຢາເສບຕິດ ເພື່ອຮັບປະກັນເຮັດໃຫ້ການຄົ້ນຄວ້າ ການປະກອບຄວາມເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດໃນກອງປະຊຸມດັ່ງກ່າວທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃຫ້ມີຄວາມຖືກຕ້ອງສອດຄ່ອງ ແລະ ມີຈຸດສຸມ  ຮັບປະກັນໃຫ້ການຊີ້ນຳ-ນຳພາຂອງພັກ ກົມການເມືອງສູນກາງພັກໄດ້ມີຄຳສັ່ງວ່າດ້ວຍການເພີ່ມທະວີການນຳພາ ຊີ້ນຳຄະນະພັກແຕ່ລະຂັ້ນ ຕໍ່ການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ແລະ ອື່ນໆ.

    ທ່ານ ໄຊສົມພອນ ພົມວິຫານ ກ່າວວ່າ: ບັນດາເນື້ອໃນທີ່ນຳມາພິຈາລະນາໃນກອງປະຊຸມຄັ້ງນີ້ ລ້ວນແຕ່ເປັນບັນຫາສໍາຄັນຂອງຊາດ ສະນັ້ນໃນນາມຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ  ຮຽກຮ້ອງມາຍັງບັນດາທ່ານສະມາຊິກ ສພຊ ຄະນະຮັບຜິດຊອບຮ່າງກົດໝາຍ ແລະ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ສຸມສະຕິປັນຍາເຂົ້າໃນການປະກອບຄວາມຄິດເຫັນ ຕໍ່ບັນດາເນື້ອໃນທີ່ນຳມາປຶກສາຫາລືຮ່ວມກັນ ເພື່ອແນໃສ່ຮັບປະກັນຄວາມຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍຂອງພັກ ສະພາບຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ ຮັບປະກັນຄວາມສອດຄ່ອງ ແລະ ສາມາດເຊື່ອມໂຍງທາງດ້ານເສດຖະກິດກັບພາກພື້ນ ແລະ ສາກົນ ໃນເງື່ອນໄຂຂອງການແຜ່ລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນໃຫ້ມີຜົນສຳເລັດຍິ່ງຂຶ້ນ.

.

   # ຂ່າວ & ພາບ :  ລັດເວລາ

error: Content is protected !!