ວັນທີ 3 ສິງຫາ 2021 ຢູ່ກະຊວງສາທາລະນະສຸກ ທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຮອງຫົວໜ້າຄະນະສະເພາະກິດ ຜູ້ປະຈຳການ ຫົວໜ້າກອງເລຂາຄະນະສະເພາະກິດ ຖະແຫຼງກ່ຽວກັບການສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃນໄລຍະວັນທີ 3 ຫາ 18 ສິງຫາ 2021.

ທ່ານ ນາງ ທິບພະກອນ ຈັນທະວົງສາ ກ່່າວວ່າ: ໂດຍໄດ້ຮັບມອບໝາຍຈາກທ່ານຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ ຂ້າພະເຈົ້າຂໍແຈ້ງມາຍັງພໍ່ແມ່ພີ່ນ້ອງປະຊາຊົນລາວ ພະນັກງານ ລັດຖະກອນ ທະຫານ ຕໍາຫຼວດ ຜູ້ປະກອບການຊາວຕ່າງດ້າວ ແລະ ຊາວຕ່າງປະເທດທີ່ອາໄສຢູ່ ສປປ ລາວ ຊາບທົ່ວເຖິງກັນວ່າ: ອີງຕາມການປະເມີນສະພາບການລະບາດ ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ ລົງວັນທີ 21 ເມສາ 2021 ແຈ້ງການເລກທີ 829/ຫສນຍ ລົງວັນທີ 19 ກໍລະກົດ 2021 ແລະ ມາດຕະການຕ່າງໆທີ່ໄດ້ວາງອອກ ຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂັ້ນສູນກາງ ເຫັນວ່າປະເທດພວກເຮົາສາມາດຄວບຄຸມການລະບາດໄດ້ໃນລະດັບດີ ເຮັດໃຫ້ຕົວເລກຜູ້ຕິດເຊື້ອພາຍໃນຊຸມຊົນຫຼຸດລົງ ເປັນສູນໃນບາງໄລຍະ ໂດຍສະເພາະໃນນະຄອນຫຼວງວຽງຈັນ ແຕ່ເຖິງຢ່າງໃດກໍຕາມ ເນື່ອງຈາກແຮງງານລາວທີ່ຢູ່ປະເທດໃກ້ຄຽງກັບຄືນມາ ສປປ ລາວ ນັບມື້ເພີ່ມຂຶ້ນ ເຮັດໃຫ້ຕົວເລກການຕິດເຊື້ອຈາກການນຳເຂົ້າໃນທົ່ວປະເທດແມ່ນເພີ່ມຂຶ້ນສູງ ເຊິ່ງບາງວັນມີຫຼາຍກວ່າ 300 ກໍລະນີ ມີທັງສາຍພັນເດວຕາ ແລະ ອານຟາ ຍ້ອນສະພາບການລະບາດຢູ່ບັນດາປະເທດໃກ້ຄຽງຍັງສືບຕໍ່ຮຸນແຮງ ແລະ ມີຫຼາຍສາຍພັນ ແລະ ແຮງງານລາວທີ່ກັບຄືນປະເທດກໍນັບມື້ຫຼາຍຂຶ້ນ ໃນນັ້ນ ຈຳນວນໜຶ່ງແມ່ນຕິດເຊື້ອພະຍາດ COVID-19 ໃນສາຍພັນຕ່າງໆ ສະນັ້ນ ຈຶ່ງມີຄວາມຈຳເປັນທີ່ພວກເຮົາຕ້ອງກະກຽມຄວາມພ້ອມຮອບດ້ານ ລວມທັງຮອງຮັບໃຫ້ແຮງງານລາວກັບຄືນປະເທດ ທັງໃຫ້ສາມາດຄວບຄຸມການລະບາດຂອງພະຍາດ ຖ້າບໍ່ດັ່ງນັ້ນ ຈະມີຄວາມສ່ຽງເກີດການລະບາດໃນຊຸມຊົນເປັນວົງກວ້າງ ນອກນັ້ນ ໃນໄລຍະມໍ່ໆມານີ້ ໄດ້ມີການລັກລອບເປີດກິດຈະການທີ່ຕ້ອງຫ້າມ ຍັງມີກໍລະນີຜູ້ຕິດເຊື້ອລັກລອບເຂົ້າເມືອງ ແລະ ແຜ່ເຊື້ອໃນຊຸມຊົນຢູ່ບາງທ້ອງຖິ່ນ ຕໍ່ໜ້າສະພາບການດັ່ງກ່າວ ລັດຖະບານຈຳເປັນຕ້ອງໄດ້ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດບັນດາມາດຕະການທີ່ໄດ້ລະບຸໃນຄຳສັ່ງ ເລກທີ 15/ນຍ ລົງວັນທີ 21 ເມສາ 2021 ແຈ້ງການເລກທີ 829/ຫສນຍ ລົງວັນທີ 19 ກໍລະກົດ 2021 ແລະ ບັນດາຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ ສໍາລັບໄລຍະ 15 ວັນຕໍ່ໜ້າ ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 04 ຫາ ເວລາ 24:00 ໂມງ ຂອງວັນທີ 18 ສິງຫາ 2021.

# ຂ່າວ & ພາບ : ຊິລິການດາ