ວັນທີ 2 ສິງຫາ 2021 ຢູ່ຫ້ອງວ່າການນະຄອນຫຼວງວຽງຈັນ ສະພາປະຊາຊົນນະຄອນຫຼວງວຽງຈັນ ຈັດກອງປະຊຸມທາບທາມຄວາມເຫັນການປັບປຸງກົດໝາຍທີ່ຕິດພັນກັບວາລະແຫ່ງຊາດ 5 ສະບັບ ແລະ ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ເປັນປະທານຂອງທ່ານ ບຸນທາມ ພຸດທະວົງສາ ຮອງປະທານຄະນະສະມາຊິກສະພາປະຈຳເຂດເລືອກຕັ້ງທີ 1 ຮອງປະທານສະພາປະຊາຊົນ ນວ ມີທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຫົວໜ້າພະແນກ ຫົວໜ້າກອງບັນຊາການ ປກຊ-ປກສ ເຈົ້າເມືອງ ແລະ ສະມະຊິກສະພາປະຊາຊົນ ນວ ເຂົ້າຮ່ວມ.

ທ່ານ ບຸນທາມ ພຸດທະວົງສາ ກ່າວວ່າ: ກອງປະຊຸມທາບທາມຄຳເຫັນໃສ່ບັນດາຮ່າງກົດໝາຍ ສະບັບປັບປຸງຈຳນວນ 6 ສະບັບ ໂດຍສະເພາະໃນນີ້ ແມ່ນບັນດາຮ່າງກົດໝາຍທີ່ຕິດພັນກັບວາລະແຫ່ງຊາດ ຈຳນວນ 5 ສະບັບຄື: ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ກົດໝາຍວ່າດ້ວຍອາກອນລາຍໄດ້ ກົດໝາຍວ່າດ້ວຍອາກອນຊົມໃຊ້ ກົດໝາຍວ່າດ້ວຍຢາເສບຕິດ ສ່ວນອີກໜຶ່ງສະບັບ ແມ່ນກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ໃນນີ້ ສຳລັບກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ກົດໝາຍວ່າດ້ວຍອາກອນລາຍໄດ້ ກົດໝາຍວ່າດ້ວຍອາກອນຊົມໃຊ້ ແມ່ນຈະນຳເອົາມາດຕາທີ່ມີຄວາມຈຳເປັນມາປັບປຸງລວມເຂົ້າເປັນຮ່າງກົດໝາຍດຽວ ເອີ້ນວ່າ “ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ” ແລະ ຈະໄດ້ນຳເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ນີ້.

# ຂ່າວ & ພາບ: ຊິລິການດາ