ລາວໄດ້ຮັບວັກຊິນປ້ອງກັນໂຄວິດ-19 ຈາກລັດຖະບານອັງກິດ

    ປະເທດສະຫະລາຊະອານາຈັກອັງກິດ ໄດ້ຈັດສົ່ງວັກຊິນ ເອສຕຣາເຊນິກາ (AstraZeneca) ຊ່ວຍເຫຼືອລັດຖະບານລາວ ຈໍານວນ 415.000 ໂດສ ເຊິ່ງໄດ້ມາເຖິງດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ 2 ສິງຫາ 2021 ຕາງໜ້າຮັບວັກຊິນ ມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ຈອນ ເພຍຊັນ ເອກອັກຄະລັດຖະທູດອັງກິດ ປະຈຳ ສປປ ລາວເຂົ້າຮ່ວມ.

    ການຈັດສົ່ງວັກຊິນ AstraZeneca ຈໍານວນ 415.000 ໂດສ ຂອງລັດຖະບານອັງກິດຊ່ວຍເຫຼືອແກ່ປະເທດລາວຄັ້ງນີ້ ເປັນການຊ່ວຍເຫຼືອໂດຍກົງ ບໍ່ໄດ້ຜ່ານໂຄງການ COVAX ແລະ ເປັນສ່ວນໜຶ່ງຂອງຈັດສົ່ງງວດທໍາອິດໃນຈໍານວນ 100 ລ້ານໂດສ ທີ່ໄດ້ໃຫ້ຄໍາໝັ້ນສັນຍາ ເພື່ອສົ່ງໄປຍັງຂົງເຂດທີ່ມີຄວາມສ່ຽງ ແລະ ມີຄວາມຕ້ອງການວັກຊີນທີ່ສຸດໃນໂລກຢ່າງຮີບດ່ວນ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!