ປະທານສະພາ ຮຽກຮ້ອງທົ່ວສັງຄົມເຊີດຊູສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ

    ໂອກາດໃຫ້ສຳພາດຕໍ່ສື່ມວນຊົນ ເນື່ອງໃນວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ (15/8/1991-15/8/2021) ໃນວັນທີ 2 ສິງຫາ 2021 ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ຮຽກຮ້ອງມາຍັງອົງການຈັດຕັ້ງພັກ-ລັດ ແນວລາວສ້າງຊາດ ອົງການຈັດຕັ້ງມະຫາຊົນ ສະຫະພັນນັກຮົບເກົ່າ ຊາວຕ່າງດ້າວທີ່ດຳລົງຊີວິດຢູ່ ສປປ ລາວ ແລະ ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ ຈົ່ງເຊີດຊູສະຕິການເຄົາລົບການປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ຕັ້ງໜ້າ ແລະ ເປັນເຈົ້າການເຂົ້າຮ່ວມໃນຂະບວນການສ້າງລັດປະຊາທິປະໄຕ ປະຊາຊົນ ໃຫ້ໜັກແໜ້ນ ແລະ ເຂັ້ມແຂງຍິ່ງໆຂຶ້ນ ສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ເພື່ອຈັດຕັ້ງປະຕິບັດສໍາເລັດບັນດາຄາດໝາຍໃຫຍ່ ທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກວາງອອກ.

    ທ່ານ ໄຊສົມພອນ ພົມວິຫານ ໄດ້ໃຫ້ຮູ້ວ່າ: ລັດຖະທຳມະນູນແຫ່ງ ສປປ ລາວ ແມ່ນການຫັນແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ ມາເປັນກົດໝາຍພື້ນຖານຂອງລັດເຮົາ ຫຼືກົດໝາຍແມ່ຂອງລະບອບປະຊາທິປະໄຕປະຊາຊົນ ເຊິ່ງກຳນົດກ່ຽວກັບລະບອບການເມືອງ ລະບອບເສດຖະກິດ-ສັງຄົມ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສິດ ແລະ ພັນທະພື້ນຖານຂອງພົນລະເມືອງລາວ ການຈັດຕັ້ງລະບົບອຳນາດແຫ່ງລັດຂັ້ນຕ່າງໆຂອງລະບອບປະຊາທິປະໄຕປະຊາຊົນ ພາສາ ເຄື່ອງໝາຍຊາດ ເພງຊາດ ທຸງຊາດ ສະກຸນເງິນ ແລະ ນະຄອນຫຼວງ ເຊິ່ງເປັນເຄື່ອງມືພື້ນຖານໃນການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມຂອງລັດເຮົາ ແນໃສ່ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບດ້ານການເມືອງຢ່າງໝັ້ນທ່ຽງ ສັງຄົມມີຄວາມສະຫງົບ ປອດໄພ  ແລະ ເປັນລະບຽບຮຽບຮ້ອຍ  ທັງເປັນພື້ນຖານໃຫ້ແກ່ການພັດທະນາກົດໝາຍຂອງປະເທດເຮົາໃຫ້ເປັນລະບົບ ຄົບຊຸດ ແລະ ເຂັ້ມແຂງຂຶ້ນເທື່ອລະກ້າວ ຮັບປະກັນໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໄປຕາມຈຸດໝາຍສັງຄົມນິຍົມ ທີ່ພັກເຮົາໄດ້ກຳນົດໄວ້.

    ນັບແຕ່ປີ 1986 ເປັນຕົ້ນມາ ພັກປະຊາຊົນປະຕິວັດລາວ ໄດ້ມີແນວທາງລິເລີ່ມປ່ຽນແປງໃໝ່ຢ່າງຮອບດ້ານ ມີຫຼັກການ ແລະ ຜ່ານການປະຕິບັດແນວທາງປ່ຽນແປງໃໝ່ດັ່ງກ່າວ ຊີວິດສັງຄົມໄດ້ເລັ່ງທວງໃຫ້ພັກ ແລະ ລັດເຮົາຕ້ອງຍົກລະດັບການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມຂຶ້ນສູ່ລະດັບໃໝ່ ດ້ວຍການຫັນຈາກການຄຸ້ມຄອງດ້ວຍມະຕິ ຄໍາສັ່ງແບບບໍລິຫານ ມາເປັນການຄຸ້ມຄອງຕາມລັດຖະທຳມະນູນ ແລະ ກົດໝາຍ.

    ຍ້ອນແນວນັ້ນ ສະພາປະຊາຊົນສູງສຸດ ຊຸດທີ II ໃນຖານະເປັນສະພາຮ່າງລັດຖະທຳມະນູນທີ່ໄດ້ຮັບການເລືອກຕັ້ງຂຶ້ນໃນປີ 1989 ໂດຍມີຄະນະກຳມະການຮ່າງລັດຖະທຳມະນູນແຫ່ງຊາດເປັນເສນາທິການ ຈຶ່ງໄດ້ດຳເນີນການຄົ້ນຄວ້າ ແລະ ສ້າງຮ່າງລັດຖະທຳມະນູນ ຈົນມາເຖິງກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໃນວາລະປະຊຸມວັນທີ 14 ສິງຫາ 1991 ຈຶ່ງໄດ້ຮັບຮອງເອົາລັດຖະທຳມະນູນ ສະບັບທຳອິດແຫ່ງ ສປປ ລາວ ແລະ ຕໍ່ມາ ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ອອກລັດຖະດຳລັດ ສະບັບເລກທີ 55/ປທປທ ລົງວັນທີ 15 ສິງຫາ 1991 ວ່າດ້ວຍການປະກາດໃຊ້ລັດຖະທໍາມະນູນແຫ່ງ ສປປ ລາວ ສະບັບທຳອິດຢ່າງເປັນທາງການ.

# ຂ່າວ & ພາບ: ລັດເວລາ

error: Content is protected !!