ວັນທີ 30 ກໍລະກົດ 2021 ແສງດາລາ ຟິດເນັສ ໄດ້ຈັດພິທີເປີດສູນລວມອອກກໍາລັງກາຍສາຂາ 2 ຕັ້ງຢູ່ຫຼັກ 6 ຖະໜົນໄກສອນ ພົມວິຫານ ບ້ານໜອງໜ່ຽງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີບັນດາແຂກຖືກເຊີນ ແລະ ລູກຄ້າທີ່ເປັນສະມາຊິກເຂົ້າຮ່ວມ.
ທ່ານ ວິລຸນ ແສງດາລາ ເຈົ້າຂອງກິດຈະການແສງດາລາຟິດເນັສ ໄດ້ກ່າວວ່າ: ຍ້ອນມັກຮັກ ແລະ ເຫັນເຖິງຄວາມສໍາຄັນຂອງສຸຂະພາບ ຈຶ່ງໄດ້ເປັນຜູ້ບຸກເບີກເລີ່ມກໍ່ຕັ້ງສະຖານທີ່ອອກກໍາລັງກາຍແບບຄົບວົງຈອນທີ່ທັນສະໄໝຂຶ້ນປີ 2003 ເປັນສູນອອກກໍາລັງກາຍແຫ່ງທໍາອິດໃນປະເທດລາວ ຕັ້ງຢູ່ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ກົງກັນຂ້າມກັບສວນ 23 ສິງຫາ) ສາຂານະຄອນປາກເຊ ແຂວງຈໍາປາສັກ ຕັ້ງຢູ່ຫ້າງເຟຣນຊິບມໍ ແລະ ປັດຈຸບັນ ຢູ່ນະຄອນຫຼວງວຽງຈັນໄດ້ເປີດສາຂາທີ 2 ແສງດາລາສາຂາຫຼັກ 6 ເພື່ອໃຫ້ລູກຄ້າເລືອກໃຊ້ບໍລິການຕາມຄວາມຕ້ອງການ ພວກເຮົາມີຄວາມຕັ້ງໃຈເປັນຢ່າງຍິ່ງ ທີ່ຈະສ້າງຕັ້ງສະຖານທີ່ອອກກຳລັງກາຍໃຫ້ໄດ້ຫຼາຍສາຂາທີ່ສຸດ ເພື່ອເປີດໂອກາດໃຫ້ລູກຄ້າຜູ້ທີ່ອາໄສຢູ່ບໍລິເວນໃກ້ຄຽງ ໄດ້ເດີນທາງໄປອອກກໍາລັງກາຍຢ່າງສະດວກສະບາຍ ພວກເຮົາພ້ອມທີ່ຈະເປັນອີກຕົວເລືອກໜຶ່ງທີ່ຈະພາທຸກທ່ານກ້າວເຂົ້າສູ່ການປ່ຽນແປງຮູບຮ່າງຂອງຕົວເອງໃຫ້ດີຍິ່ງຂຶ້ນໃນທຸກໆດ້ານຢ່າງປອດໄພ ແລະ ເຮົາບໍ່ເຄີຍຢຸດພັດທະນາ ບໍ່ວ່າຈະເປັນໃນເລື່ອງຂອງອຸປະກອນການອອກກຳລັງກາຍທີ່ມີເຕັກໂນໂລຊີທີ່ທັນສະໄໝ ມາດຕະຖານສາກົນລະດັບໂລກ ມີພະນັກງານຄອຍໃຫ້ບໍລິການລູກຄ້າທຸກທ່ານດ້ວຍຄວາມເອົາໃຈໃສ່ ເນັ້ນຄວາມສະອາດ ເພື່ອສະພາບແວດລ້ອມທີ່ດີ.

ສໍາລັບການບໍລິການຂອງແສງດາລາຟິດເນັສ ສູນອອກກໍາລັງກາຍທີ່ຄົບວົງຈອນ ປະກອບມີ: ອອກກຳລັງກາຍດ້ວຍເຄື່ອງອອກກຳລັງກາຍທີ່ໄດ້ມາດຕະຖານສາກົນຈາກອາເມຣິກາ ທັນສະໄໝ ຄົບວົງຈອນ ລອຍນ້ຳດ້ວຍສະລອຍນ້ຳທີ່ໄດ້ມາດຕະຖານ ສະອາດ ກວ້າງຂວາງ ມີທັງອ່າງຈາກຸຊີ້ ແລະ ສະລອຍນ້ຳສໍາລັບເດັກນ້ອຍ ຫ້ອງຮົມຢາ ຮົມອາຍນ້ຳ ແລະ ແບບຮົມແຫ້ງ ອອກກກຳລັງກາຍແບບເປັນກຸ່ມເຊັ່ນ: ໂຍຄະ ຊຸມບ້າ ແອໂຣບິກ ແລະ ອື່ນໆ ໂດຍມີຄູເຝິກສ່ວນຕົວທີ່ມີປະສົບການຢ່າງຍາວນານ ແລະ ໄດ້ຮັບການຢັ້ງຢືນຈາກສະຖາບັນແຖວໜ້າຕ່າງໆທີ່ໄດ້ມາດຕະຖານສາກົນ ນອກນີ້ ຍັງມີຮ້ານອາຫານ ຫ້ອງເກັບເຄື່ອງ ຫ້ອງອາບນ້ຳ ແລະ ຫ້ອງຫຼີ້ນສຳລັບເດັກ.
# ຂ່າວ & ພາບ: ສົມສະຫວັນ