ໃນທ້າຍເດືອນກໍລະກົດຜ່ານມານີ້ ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈໍາກັດ ໄດ້ສະໜັບສະໜູນຕັ່ງຫີນໃຫ້ສະຖາບັນເສດຖະກິດການເງິນ ສວນໄຊເຊດຖາ ແລະ ໜັງສືພິມປະຊາຊົນ ກ່າວມອບໂດຍທ່ານນາງ ແສງມະນີ ພິລາວົງ ຫົວໜ້າໜ່ວຍງານພັດທະນາເຄື່ອງໝາຍການຄ້າ ແລະ ສື່ສານມວນຊົນ ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈໍາກັດ ແລະ ກ່າວຮັບໂດຍທ່ານນາງ ຄໍາແສງ ບົວລະພັນ ຕາງໜ້າໃຫ້ສະຖາບັນເສດຖະກິດການເງິນ ທ່ານ ລໍາມອນ ເພັດສະຫວັນ ຕາງໜ້າໃຫ້ສວນໄຊເຊດຖາ ແລະ ທ່ານ ວັນໄຊ ຕະວິນຍານ ຫົວໜ້າບັນນາທິການໜັງສືພິມປະຊາຊົນ ໂດຍລວມແລ້ວ ໃນເດືອນກໍລະກົດ 2021 ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈຳກັດ ໄດ້ມອບໂຕະຫີນໃຫ້ 10 ສະຖານທີ່ສໍາຄັນຂອງນະຄອນ ຫຼວງວຽງຈັນ ປະກອບມີສະຖານີລົດໂດຍສານສາຍໃຕ້ ໂຮງໝໍແມ່ ແລະ ເດັກ ສູນການຄ້າເວີເທຣດເຊັນເຕີ ສູນການຄ້າວຽງຈັນເຊັນເຕີ ວັດສີສະເກດ ຫໍຫຼັກເມືອງ ຫໍພະແກ້ວ ສະຖາບັນເສດຖະກິດການເງິນ ສວນໄຊເຊດຖາ ແລະ ໜັງສືພິມປະຊາຊົນ ລວມທັງໝົດ 160 ໜ່ວຍ.

ສໍາລັບກິດຈະກໍານີ້ ເລີ່ມຈັດຕັ້ງປະຕິບັດມາແຕ່ກາງເດືອນມິຖຸນາ 2021 ເຊິ່ງທໍາອິດ ໄດ້ມອບຕັ່ງຫີນສະໜັບສະໜູນໃຫ້ສະໜາມບິນສາກົນວັດໄຕ 20 ໜ່ວຍ ເພື່ອໃຫ້ມວນຊົນທີ່ເດີນທາງເຂົ້າ-ອອກສະໜາມບິນໄດ້ມີບ່ອນນັ່ງລໍຖ້າ ຫຼື ນັ່ງພັກຜ່ອນຕາມອັດທະຍາໄສ ເມື່ອມາໃຊ້ບໍລິການຢູ່ສະໜາມບິນດັ່ງກ່າວ ຈາກນັ້ນ ເດືອນກໍລະກົດ 2021 ໄດ້ສືບຕໍ່ມອບໃຫ້ບັນດາສະຖານທີ່ສໍາຄັນຕື່ມອີກ ເປັນຕົ້ນ: ໂຮງຮຽນ ໂຮງໝໍ ສະຖານທີ່ສາທາລະນະ ແຫຼ່ງທ່ອງທ່ຽວ ແລະ ອື່ນໆ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອສັງຄົມ. .
ທ່ານ ນາງ ແສງມະນີ ພິລາວົງ ໄດ້ກ່າວວ່າ: ເດືອນກໍລະກົດ 2021 ພວກເຮົາໄດ້ທະຍອຍມອບຕັ່ງຫີນໃຫ້ສະຖານທີ່ສໍາຄັນຕ່າງໆຢູ່ນະຄອນຫຼວງວຽງຈັນ 10 ຈຸດສໍາຄັນ ລວມທັງໝົດ 160 ໜ່ວຍ ສໍາລັບເດືອນສິງຫາ 2021 ຈະສືບຕໍ່ຈະມອບໃຫ້ມະຫາວິທະຍາໄລແຫ່ງຊາດ ສະຖາບັນການທະນາຄານ ຫໍວັດທະນະທໍາແຫ່ງຊາດ ສວນເຈົ້າອະນຸວົງ (ແຄມຂອງ) ວັດວາອາຣາມ ສະຖານທີ່ທ່ອງທ່ຽວ ແລະ ສະຖານທີ່ອື່ນໆຕື່ມອີກ.
# ຂ່າວ & ພາບ: ສົມສະຫວັນ