ອໍານາດການປົກຄອງບ້ານນາສ້ຽວ ນໍາພາປະຊາຊົນອອກແຮງງານລວມ (ວັນເສົາແດງ)

    ອໍານາດການປົກຄອງບ້ານນາສ້ຽວ ໄດ້ນໍາພາປະຊາຊົນພາຍໃນບ້ານ ອອກແຮງງານລວມ (ວັນເສົາແດງ) ໂດຍການອະນາໄມຂີ້ເຫຍື້ອ ຖາງຫຍ້າ ພ້ອມທັງໃຊ້ກົນຈັກຈົກຮ່ອງລະບາຍນໍ້າແຄມສອງຟາກທາງ ແລະ ຊວ້ານດິນຖົມຂຸມຕາມເສັ້ນທາງຮ່ອມ 4 ເພື່ອໃຫ້ມີຄວາມສະອາດ ຈົບງາມ ແລະ ມີຄວາມສະດວກໃນການສັນຈອນໄປ-ມາຂອງປະຊາຊົນ.

    ທ່ານ ສົມຊາຍ ສວນບຸນມາ ນາຍບ້ານນາສ້ຽວ ໃຫ້ສໍາພາດວ່າ: ໂດຍປະຕິບັດຕາມການຊີ້ນໍາຂອງທ່ານເລຂາພັກເມືອງ ເຈົ້າເມືອງນາຊາຍທອງ ມື້ນີ້ ອໍານາດການປົກຄອງບ້ານນາສ້ຽວ ຈຶ່ງໄດ້ນໍາພາປະຊາຊົນອອກແຮງງານລວມ ນັບແຕ່ປາກຮ່ອມ 4 ເຂົ້າໄປຜ່ານວັດ ຫ້ອງການປົກຄອງບ້ານ ແລ້ວກັບຄືນຫາປາກຮ່ອມ 4 ໄລຍະທາງ ປະມານ 2 ກິໂລແມັດ ໃນນີ້ ໄດ້ນໍາໃຊ້ກົນຈັກຈົກຮ່ອງລະບາຍນໍ້າ ຍາວ 350 ແມັດ ພ້ອມທັງຊວ້ານດິນຖົມຂຸມ ແລະ ອະນາໄມຕາມສອງຟາກທາງ ເພື່ອເຮັດໃຫ້ເສັ້ນທາງດັ່ງກ່າວ ມີຄວາມສະອາດ ຈົບງາມ ປະຊາຊົນມີຄວາມສະດວກສະບາຍໃນການສັນຈອນໄປ-ມາ ທັງເປັນການທໍາລາຍແຫຼ່ງເພາະພັນຂອງໜອນນໍ້າຍຸງລາຍ ເພື່ອປ້ອງກັນພະຍາດໄຂ້ເລືອດອອກ ຕື່ມອີກ.

# ພາບ – ຂ່າວ: ສະບາໄພ

error: Content is protected !!