ຄອບຄົວເບຍລາວ ປັ່ນລົດຖີບເພື່ອສຸຂະພາບ

    ສະມາຄົມນັກທຸລະກິດ-ຮ້ານອາຫານນະຄອນຫຼວງວຽງຈັນ-ເບຍລາວ ຮ່ວມກັບບໍລິສັດ ເບຍລາວ ຈໍາກັດ ຈັດຂະບວນຂີ່ລົດຖີບເພື່ອສຸຂະພາບ ເພື່ອອອກກໍາລັງກາຍເຮັດໃຫ້ສຸຂະພາບເຂັ້ມແຂງ ທັງເປັນການຮັດແໜ້ນຄວາມສາມັກຄີຮັກແພງ ປຶກສາຫາລື ແລະ ແລກປ່ຽນບົດຮຽນໃນການຫຼິ້ນກີລາ ກໍຄືການດໍາເນີນທຸລະກິດລະຫວ່າງສອງຝ່າຍ.

    ຂະບວນຂີ່ລົດຖີບດັ່ງກ່່າວ ເປັນໜຶ່ງໃນບັນດາກິດຈະກໍາທີ່ສະມາຄົມນັກທຸລະກິດຮ້ານອາຫານນະຄອນ ຫຼວງວຽງຈັນ-ເບຍລາວ ແລະ ບໍລິສັດ ເບຍລາວ ຈໍາກັດ ຮ່ວມກັນຈັດຂຶ້ນທຸກໆປີ ໂດຍສະເພາະກີລາບານເຕະ ຖີບລົດ ຕີດອກປີກໄກ່ ການໄປທັດສະນະຕ່າງແຂວງ ເພື່ອແລກປ່ຽນບົດຮຽນໃນການດໍາເນີນທຸ ລະກິດກັບກຸ່ມຮ້ານອາຫານຕ່າງໆທົ່ວປະເທດ ລວມທັງກິດຈະກໍາຊ່ວຍເຫຼືອສັງຄົມ ແລະ ອື່ນໆ.

    ຂະບວນການຂີ່ລົດຖີບຄັ້ງນີ້ ໄດ້ເລີ່ມຕົ້ນຈາກຮ້ານອາຫານຈິ່ມມີ້ ໄປຕາມຖະໜົນໄກສອນ ພົມວິຫານ ລ້ຽວໄປຖະໜົນ 450 ປີ ຜ່ານເສັ້ນທາງນາຄວາຍ ໂນນຫວາຍ ແລ້ວຢຸດພັກຢູ່ບຶງທາດຫຼວງ ຈາກນັ້ນກໍອອກເດີນທາງຕໍ່ໄປຕາມຖະໜົນ T4 ລ້ຽວເຂົ້າຖະໜົນໄກສອນ ພົມວິຫານ ແລະ ມາສິ້ນສຸດຢູ່ຮ້ານອາ ຫານຈິ່ມມີ້ ລວມໄລຍະທາງປະມານ 35 ກິໂລແມັດ ໂດຍມີຜູ້ເຂົ້າຮ່ວມກິດຈະກໍາຄັ້ງນີ້ 58 ທ່ານ.    

# ພາບ – ຂ່າວ: ສະບາໄພ

error: Content is protected !!