ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 1 ສິງຫາ 2021 ທີ່ກະຊວງສາທາລະນະສຸກວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ມາຮອດວັນທີ 1 ສິງຫາ 2021 ໄດ້ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 2.025 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 267 ຄົນ ໃນນີ້ ແຂວງຫຼວງນ້ຳທາຕິດເຊື້ອໃນຊຸມຊົນ 5 ຄົນ ແມ່ນຜູ້ທີ່ເດີນທາງມາແຕ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ແລະ ກໍລະນີນໍາເຂົ້າ 262 ຄົນ ຈາກນະຄອນຫຼວງ 6 ຄົນ ບໍ່ແກ້ວ 1 ຄົນ ບໍລິຄໍາໄຊ 4 ຄົນ ຄໍາມ່ວນ 6 ຄົນ ສະຫວັນນະເຂດ 143 ຄົນ ສາລະວັນ 54 ຄົນ ແລະ ແຂວງຈໍາປາສັກ 48 ຄົນ ສ່ວນຫຼາຍແມ່ນກວດພົບຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານເຂົ້າຕາມຈຸດຜ່ານແດນສາກົນ.

ມາຮອດປັດຈຸບັນ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 6.566 ຄົນ ຄົນເຈັບເສຍຊີວິດສະສົມ 7 ຄົນ ກໍາລັງປິ່ນປົວທັງໝົດ 3.030 ຄົນ ແລະ ປິ່ນປົວຫາຍດີ 3.529 ຄົນ ກວມເອົາ 53,7% ຂອງຄົນເຈັບຕິດເຊື້ອທັງໝົດ.
ສໍາລັບການເຝົ້າລະວັງຢູ່ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ ປັດຈຸບັນທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 60 ສູນ ແລະ 44 ໂຮງແຮມ ມີຜູ້ຈຳກັດບໍລິເວນ 9.828 ຄົນ.
ສໍາລັບການເຝົ້າລະວັງບ້ານເຂດແດງໃນນະຄອນຫຼວງວຽງຈັນ ບ້ານໃໝ່ທີ່ກຳນົດເປັນເຂດແດງໃນນະຄອນຫຼວງວຽງຈັນ ແມ່ນບ້ານ ສຳພັນນາ ເມືອງ ສັງທອງ ເຊິ່ງໄດ້ກຳນົດເປັນບ້ານເຂດແດງນັບແຕ່ວັນທີ່ 31 ກໍລະກົດ 2021 ຈົນຮອດວັນທີ່ 13 ສິງຫາ 2021 ຖ້າບໍ່ມີກໍລະນີໃໝ່ເກີດຂື້ນໃນບ້ານຈິ່ງຈະສີ້ນສຸດການເປັນບ້ານເຂດແດງ.
# ພາບ – ຂ່າວ: ຂັນທະວີ