ທ່ານນາຍົກ ລົງຢ້ຽມຢາມໂຮງໝໍພາກສະໜາມ ສູນກັກກັນແຮງງານລາວ ທີ່ແຂວງສະຫວັນນະເຂດ

    ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ພ້ອມບັນດາລັດຖະມົນຕີ ຮອງລັດຖະມົນຕີກະຊວງຕ່າງໆໄດ້ລົງຢ້ຽມຢາມ ແລະ ຕິດຕາມເບິ່ງການປະຕິບັດມາດຕະການປ້ອງກັນໂຄວິດ-19 ຢູ່ສູນກັກກັນແຮງງານລາວທີ່ກັບມາຈາກປະເທດໄທ ທີ່ພວມມີການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງສະຫວັນນະເຂດ ໃນວັນທີ 29 ກໍລະກົດ 2021 ຜ່ານມາ ຖືກຕ້ອນຮັບຈາກທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ.

    ການເຄື່ອນໄຫວຄັ້ງນີ້ ໄດ້ລົງກວດກາເບິ່ງສູນກັກກັນສະໜາມກິລາຫຼັກ4 ເຊິ່ງເປັນສູນໃຫຍ່ ມີແຮງງານທີ່ກັກກັນຫຼາຍກວ່າ 1 ພັນຄົນ ຈາກນັ້ນກໍໄດ້ໄປຢ້ຽມຢາມເພື່ອໃຫ້ກຳລັງໃຈພະນັກງານແພດໝໍ ລວມທັງຄົນເຈັບທີ່ໂຮງໝໍພາກສະໜາມປິ່ນປົວພະຍາດໂຄວິດ-19 ຫຼັກ 9 ນະຄອນໄກສອນ ພົມວິຫານ. ຕົວເລກຜູ້ຕິດເຊື້ອພາຍໃນແຂວງສະຫວັນນະເຂດ ມາຮອດວັນທີ 28 ກໍລະກົດ 2021 ມີທັງໝົດ 1.892 ກໍລະນີ ກໍາລັງປິ່ນປົວ 1.477 ກໍລະນີ ປິ່ນປົວຫາຍດີແລ້ວ 413 ກໍລະນີ ແລະ ເສຍຊີວິດ 2 ກໍລະນີ.

    ແຂວງສະຫວັນນະເຂດ ໄດ້ກຳນົດເອົາ 2 ສູນໃຫຍ່ ຄື ສະໜາມກິລາຫຼັກ 4 ແລະ ໂຮງງານອັບເກນ ແລະ ອີກ 9 ສູນຍ່ອຍ ແມ່ນໃຊ້ໂຮງຮຽນປະຖົມ ມັດທະຍົມ ຢູ່ທີ່ນະຄອນໄກສອນ ພົມວິຫານ ເປັນບ່ອນກັກກັນ. ປັດຈຸບັນ ມີແຮງງານຈຳນວນ 2.956 ຄົນ (ໃນນີ້ມີເດັກນ້ອຍຕໍ່າກວ່າ 5 ປີ 144 ຄົນ ແມ່ຍິງຖືພາ 15 ຄົນ ແລະ ແມ່ມີລູກນ້ອຍກຳລັງກິນນົມ 50 ຄົນ) ທີ່ກໍາລັງກັກກັນຢູ່ໃນບັນດາສູນດັ່ງກ່າວ ໃນນັ້ນ ເປັນແຮງງານຕ່າງແຂວງຈໍານວນ 298 ຄົນ ມາຈາກ 11 ແຂວງ ຫຼາຍກວ່າໝູ່ແມ່ນ 3 ແຂວງຄື: ສາລະວັນ 157 ຄົນ ແຂວງຄໍາມ່ວນ 82 ຄົນ ແລະ ຈໍາປາສັກ 28 ຄົນ.

    ຍ້ອນສະພາບຄວາມແອອັດ ເພື່ອເປັນການຫຼີກລ່ຽງບໍ່ໃຫ້ມີການລະບາດພາຍໃນສູນກັກກັນ ທາງແຂວງຈຶ່ງໄດ້ລະບາຍແຮງງານ ສືບຕໍ່ກັກກັນຢູ່ສູນຂອງເມືອງ ມີຢູ່ 4 ເມືອງຄື: ເມືອງຈຳພອນ ເມືອງສອງຄອນ ເມືອງໄຊພູທອງ ແລະ ເມືອງອຸທຸມພອນ. ນອກນັ້ນ ຍັງໄດ້ກະກຽມໂຮງໝໍພາກສະໜາມສອງແຫ່ງເພື່ອປິ່ນປົວຜູ້ຕິດເຊື້ອຄື: ແຫ່ງທີໜຶ່ງ ນຳໃຊ້ອາຄານວິທະຍາໄລວິທະຍາສາດສຸຂະພາບ ສາມາດບັນຈຸໄດ້ 140 ຕຽງ ແຫ່ງທີ່ສອງ ຢູ່ຫຼັກ 9 ນຳໃຊ້ອາຄານຂອງໂຮງງານເກົ່າຢູ່ເຂດເສດຖະກິດພິເສດ ທີ່ບໍ່ໄດ້ມີການເຄື່ອນໄຫວ ສາມາດຮອງຮັບຜູ້ປິ່ນປົວໄດ້ 1.400 ຕຽງ ລວມທັງໝົດ 1.540 ຕຽງ ປັດຈຸບັນ ໄດ້ນໍາໃຊ້ແລ້ວຈໍານວນ 1.358 ຕຽງ.

error: Content is protected !!