ກະຊວງ ຮສສ ໃນນາມຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ເຊິ່ງມີພາລະບົດບາດໜ້າທີ່ຮັບຜິດຊອບເຝິກອົບຮົມວິຊາຊີບໄລຍະຍາວ ພັດທະນາສີມືແຮງງານ ຊອກວຽກເຮັດງານທໍາໃຫ້ຜູ້ຖືກເຄາະຮ້າຍ ແລະ ຜູ້ທີ່ມີຄວາມສ່ຽງຈາກການຄ້າມະນຸດ.

ເພື່ອເປັນການຜັນຂະຫຍາຍຄຳສັ່ງແນະນຳຂອງປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ສະບັບເລກທີ 09/ຄຕມຊ ລົງວັນທີ 21 ກໍລະກົດ 2021 ໃນການສ້າງຂະບວນການ ແລະ ຈັດງານວັນລະນຶກວັນສາກົນ ເພື່ອຕ້ານການຄ້າມະນຸດ ປີ 2021 ພ້ອມນີ້ ກໍເພື່ອເປັນການໂຄສະນາເຜີຍແຜ່ ປູກຈິດສຳນຶກໃຫ້ປະຊາຊົນບັນດາເຜົ່າໃນທົ່ວສັງຄົມໄດ້ຮັບຮູ້ ເຂົ້າໃຈ ຮູ້ເຖິງຜົນຮ້າຍ ແລະ ຄວາມອັນຕະລາຍຂອງການຄ້າມະນຸດຢ່າງກວ້າງຂວາງ ແລະ ທັງເປັນການຜັນຂະຫຍາຍແຜນງານຕ້ານການຄ້າມະນຸດ ຂອງ ສປປ ລາວ ນຳອີກ.

ໃນວັນທີ 30 ກໍລະກົດ 2021 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈຶ່ງໄດ້ສ້າງຂະບວນການຈັດງານເພື່ອລະນຶກວັນສາກົນຕ້ານການຄ້າມະນຸດ (30 ກໍລະກົດ) ໂດຍເປັນກຽດເຂົ້າຮວ່ມຂອງທ່ານ ນາງ ໃບຄຳ ຂັດທິດຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ມີບັນດາຮອງລັດຖະມົນຕີ ບັນດາກົມອ້ອມຂ້າງກະຊວງເຂົ້າຮວ່ມ.

ໃນໄລຍະ 1 ປີຜ່ານມາ (2020) ພວກເຮົາໄດ້ມີການສ້າງຄວາມອາດສາມາດໃຫ້ແກ່ຄະນະກໍາມະການປົກປ້ອງ ແລະ ຊ່ວຍເຫຼືອເດັກຂັ້ນເມືອງ ແລະ ຕາໜ່າງປົກປ້ອງເດັກຂັ້ນບ້ານໃນວຽກງານປ້ອງກັນ ແລະ ຊ່ວຍເຫຼືອກຸ່ມສ່ຽງ ຈໍານວນ 11 ເມືອງ 87 ບ້ານ ພ້ອມນີ້ ກໍໄດ້ໃຫ້ການຊ່ວຍເຫຼືອກຸ່ມສ່ຽງໃນການເຝິກອົບຮົມວິຊາຊີບ ແລະ ຊອກວຽກເຮັດງານທໍາໄດ້ຈໍານວນ 299 ຄົນ ເປັນຍິງທັງໝົດ.
# ຂ່າວ & ພາບ : ເພັດສະໝອນ