ບໍລິສັດ ພູເບ້ຍ ມາຍນິງ ສືບຕໍ່ປົກປ້ອງຜົນການຜະລິດຂອງບໍລິສັດ ຕະຫຼອດໄລຍະ 6 ເດືອນທໍາອິດຂອງປີ 2021 ພ້ອມທັງມີມາດຕະການຄວບຄຸມພະຍາດໂຄວິດ-19 ຢ່າງເຂັ້ມງວດ ໂຄງການຂຸດຄົ້ນ-ປຸງແຕ່ງ ທອງ-ຄໍາ ພູຄໍາ ຂອງບໍລິສັດ ສາມາດຜະລິດທອງໃນແຮ່ເຂັ້ມຂຸ້ນໄດ້ 20.234 ໂຕນ ຄໍາໃນແຮ່ເຂັ້ມຂຸ້ນ 19.558 ອອນ ແລະ ເງິນໃນແຮ່ເຂັ້ມຂຸ້ນ 88.938 ອອນ ໄດ້ປະລິມານທີ່ຂຸດຄົ້ນທັງໝົດ 15,4 ລ້ານໂຕນ ເຊິ່ງລວມມີແຮ່ທອງ-ຄໍາ ທີ່ເປັນເສດຖະກິດສາມາດປ້ອນໂຮງງານ 5,8 ລ້ານໂຕນ ຢູ່ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ສາມາດບັນລຸການຜະລິດຄໍາໄດ້ 54.335 ອອນ ແລະ ເງິນ 411.456 ອອນ ໃນເຄິ່ງປີທໍາອິດ ຄຸນນະພາບຂອງແຮ່ຄໍາ ແລະ ແຮ່ເງິນ ໂດຍສະເລ່ຍແມ່ນ 0,89 ກຼາມຕໍ່ໂຕນ ແລະ 9,61 ກຼາມຕໍ່ໂຕນຕາມລໍາດັບ ການສະກັດແຮ່ຄໍາ ບັນລຸໄດ້ຫຼາຍກວ່າ 84%.

ພາຍຫຼັງມີແຈ້ງການວ່າມີການຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນເພີ່ມຂຶ້ນຢູ່ລາວ ຕໍ່ມາກໍໄດ້ປະກາດປິດການເຂົ້າ-ອອກປະເທດ ບໍລິສັດ ພູເບ້ຍ ມາຍນິງ ໄດ້ເຂັ້ມງວດການປະຕິບັດມາດຕະການຄວບຄຸມພະຍາດໂຄວິດ-19 ທີ່ວາງອອກ ໃນນີ້ ລວມມີການກັບມາສືບຕໍ່ປະຕິບັດຕາມໄລຍະການຈໍາກັດບໍລິເວນພາກບັງຄັບ ແລະ ກວດຫາເຊື້ອດ້ວຍພີຊີອາໃຫ້ພະນັກງານປະຈໍາສະໜາມທີ່ຈະເດີນທາງເຂົ້າໄປສະໜາມທຸກຄົນ ມາດຕະການຄວບຄຸມພະຍາດໂຄວິດ-19 ຂອງບໍລິສັດ ລວມມີການເວັ້ນໄລຍະຫ່າງໃນສັງຄົມ ໃສ່ຜ້າອັດປາກ-ດັງ ແລະ ລ້າງມື ເຊິ່ງໄດ້ສືບຕໍ່ປະຕິບັດຄຽງຄູ່ກັບຂໍ້ກໍານົດໃນການຈໍາກັດບໍລິເວນ ແລະ ການກວດຫາເຊື້ອດ້ວຍພີຊີອາ ເພື່ອສ້າງແນວຄຸ້ມກັນໃຫ້ພະນັກງານຂອງບໍລິສັດພູເບ້ຍ ມາຍນິງ ຢູ່ພາກສະໜາມໝົດທຸກຄົນ ນອກນີ້ ບໍລິສັດຍັງໄດ້ສືບຕໍ່ ແລະ ຈະສືບຕໍ່ຕິດຕາມສະຖານະການໂຄວິດ-19 ໃນລາວ ແລະ ຈະອອກລະບຽບການຕ່າງໆຢ່າງເຂັ້ມງວດໃຫ້ສອດຄ່ອງ ນອກຈາກລະບຽບການທີ່ລັດຖະບານລາວວາງອອກ ເພື່ອຮັບປະກັນສຸຂະພາບ ຄວາມປອດໄພ ແລະ ສະຫວັດດີພາບຂອງແຮງງານບໍລິສັດ ແລະ ຊຸມຊົນລາວໃນວົງກວ້າງ.

ໂດຍຮ່ວມມືກັບພະແນກສາທາລະນະສຸກແຂວງໄຊສົມບູນ ບໍລິສັດ ພູເບ້ຍ ມາຍນິງ ໄດ້ຈັດຕັ້ງໂຄງການສັກວັກຊີນກັນພະຍາດໂຄວິດ-19 ຂອງບໍລິສັດ ໂຄງການນີ້ ສະໜັບສະໜູນແຜນງານສັກວັກຊີນແຫ່ງຊາດຂອງລັດຖະບານລາວ ແລະ ແນ່ໃສ່ສັກວັກຊີນໃຫ້ແຮງງານທັງໝົດຂອງບໍລິສັດ ເພື່ອຕ້ານພະຍາດໂຄວິດ-19 ໃນ 6 ເດືອນສຸດທ້າຍຂອງປີ ນອກຈາກສະແດງໃຫ້ເຫັນການສະໜັບສະໜູນຂອງບໍລິສັດ ຕໍ່ແຜນງານສັກວັກຊີນແຫ່ງຊາດ ບໍລິສັດ ພູເບ້ຍ ມາຍນິງ ຍັງໄດ້ຊື້ຢາວັກຊີນຕ້ານໂຄວິດ-19 ຈໍານວນ 30.000 ໂດສ ໃນເດືອນພຶດສະພາ ຢາວັກຊີນຈໍານວນນີ້ຖືກນໍາໃຊ້ສໍາລັບໂຄງການສັກວັກຊີນຂອງບໍລິສັດ ແລະ ໄດ້ມອບໃຫ້ລັດຖະບານ ການສະໜັບສະໜູນດັ່ງກ່າວ ໄດ້ຈັດຂຶ້ນເປັນທາງການຢູ່ພິທີມອບ-ຮັບ ເຊິ່ງໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ດຣ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ.
ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ພູເບ້ຍ ມາຍນິງ ໄດ້ກ່າວເຖິງການດໍາເນີນງານຂອງບໍລິສັດ ເຊິ່ງໄດ້ຮັບການຍ້ອງຍໍເປັນພິເສດ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ສົ່ງຜົນກະທົບຕໍ່ບັນດາທຸລະກິດຕ່າງໆພາຍໃນປະເທດ ແລະ ໃນວົງກວ້າງຫຼາຍຂຶ້ນ 6 ເດືອນທໍາອິດ ໄດ້ມາພ້ອມກັບການປ່ຽນແປງຕໍ່ແນວທາງທີ່ພວກເຮົາດໍາເນີນງານ ພວກເຮົາສຸມໃສ່ການຜະລິດໃຫ້ບັນລຸຜົນດ້ວຍຄວາມປອດໄພ ແລະ ໃນເວລາດຽວກັນກໍສືບຕໍ່ປະຕິບັດມາດຕະການຄວບຄຸມພະຍາດໂຄວິດ-19 ຢ່າງຕໍ່ເນື່ອງ ເພື່ອປົກປ້ອງແຮງງານ ແລະ ໂຄງການຂອງພວກເຮົາຈາກພະຍາດໂຄວິດ-19 ຕົນຂໍສະແດງຄວາມຂອບໃຈສໍາລັບຄວາມມານະອົດທົນ ແລະ ຄວາມມຸ້ງໝັ້ນຂອງແຮງງານພວກເຮົາ ທີ່ສືບຕໍ່ດໍາເນີນງານຢ່າງປອດໄພໃນໄລຍະຄວາມບໍ່ແນ່ນອນຂອງສະຖານະການໂຄວິດ-19 ໃນລາວ ເມື່ອເບິ່ງໄປຮອດທ້າຍປີ ພວກເຮົາຄາດຄະເນຈະເພີ່ມການຜະລິດ ແລະ ຫວັງວ່າແຮງານຂອງພວກເຮົາຈະໄດ້ຮັບວັກຊີນຄົບໂດສ ແລະ ຈະສືບຕໍ່ປະຕິບັດຕາມມາດຕະການຄວບຄຸມພະຍາດໂຄວິດ-19 ຢ່າງເຄັ່ງຄັດ.