ວັນທີ 28 ກໍລະກົດ 2021 ໂຄງການສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງ ແລະ ສ້ອມແປງຊົນລະປະທານຂະໜາດນ້ອຍ 2 ແຫ່ງໃຫ້ປະຊາຊົນບ້ານໝືນໃໝ່ ແລະ ບ້ານກະປື ເມືອງທ່າແຕງ ແຂວງເຊກອງ ກ່າວມອບໂດຍທ່ານ ມະນີວົງ ດາໄຫວສັນຕິ ຜູ້ບໍລິຫານໂຄງການສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ ແລະ ກ່າວຮັບໂດຍທ່ານ ທະວີສັກ ບຸດພຣົມ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງທ່າແຕງ ມີທ່ານ ສຸພົນ ໄຊສະຫງ່າ ຮອງເຈົ້າເມືອງທ່າແຕງ ຜູ້ຕາງໜ້າພະແນກການກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງ ອົງການປົກຄອງບ້ານ ຕະຫຼອດຮອດປະຊາຊົນກຸ່ມຜູ້ນໍາໃຊ້ນ້ຳເຂົ້າຮ່ວມ.
ທ່ານ ຄໍາເທືອງ ແກ້ວຄໍາເຊືອງ ນາຍບ້ານໝືນໃໝ່ ແລະ ທ່ານ ຈັນທະລາ ສູນທະວົງ ຮອງນາຍບ້ານກະປື ໄດ້ຊີ້ແຈງຜົນສຳເລັດໃນການກໍ່ສ້າງ ແລະ ສ້ອມແປງຊົນລະປະທານຂະນາດນ້ອຍ 2 ແຫ່ງຢູ່ບ້ານໝືນໃໝ່ ແລະ ບ້ານກະປື ເຊິ່ງແມ່ນທຶນສົມທົບລະຫ່ວາງໂຄງການສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ ແລະ ປະຊາຊົນ 2 ບ້ານ ມູນຄ່າ 172.953.000 ກີບ ໄດ້ໃຊ້ເວລາກໍ່ສ້າງ ແລະ ສ້ອມແປງເກືອບ 2 ເດືອນຈຶ່ງສຳເລັດ ໃນຂະນະທີ່ນໍາໃຊ້ໂຄງສ້າງສ້ອມແປງຂອງສອງຄອງເໝືອງຊົນລະປະທານຢູ່ບ້ານໝື່ນໃໝ່ ແລະ ບ້ານກະປືດ້ວຍເບຕົງເສີມເຫຼັກ ມີຄວາມຍາວ 270 ແມັດ ກວ້າງ 1 ແມັດ ໜາ 0,8 ແມັດ ເຊິ່ງສາມາດສະໜອງນ້ຳຫົດເນື້ອທີ່ການຜະລິດກະສິກຳປູກຝັ່ງ-ລ້ຽງສັດ 81 ເຮັກຕາ ມີ 64 ຄອບຄົວ ໃນ 2 ບ້ານທີ່ໄດ້ຮັບຜົນປະໂຫຍດຈາກໂຄງການ ທັງນີ້ ການນໍາໃຊ້ ແລະ ປົກປັກຮັກສາຕ້ອງໄດ້ປະຕິບັດຕາມລະບຽບການຄຸ້ມຄອງຊົນລະປະທານໃຫ້ໄດ້ນໍາໃຊ້ຢ່າງຍາວນານ.

# ຂ່າວ & ພາບ : ສົມສະຫວັນ