ກຸ່ມຜະລິດເຂົ້າເປັນສິນຄ້າເມືອງປາກງື່ມ ໄດ້ຮັບເຄື່ອງກົນຈັກກະສິກໍາທັນສະໄໝ

    ພິທີມອບ-ຮັບເຄື່ອງກົນຈັກກະສິກໍາ (ລົດໄຖ) ງວດ 3 ໃຫ້ແກ່ກຸ່ມຜະລິດເຂົ້າເປັນສິນຄ້າ 4 ກຸ່ມ 4 ບ້ານ ໃນ 3 ເມືອງເປົ້າໝາຍ ນະຄອນຫຼວງວຽງຈັນ (ນວ) ພາຍໃຕ້ທຶນສົມທົບໂຄງການຜະລິດກະສິກໍາເປັນສິນຄ້າ ຢູ່ ສປປ ລາວ ຈັດຂຶ້ນວັນທີ 29 ກໍລະກົດ 2021 ທີ່ບ້ານນາກຸງ ເມືອງປາກງື່ມ ນວ ຕາງໜ້າມອບໂດຍທ່ານນາງ ປິດ ພົມເພັດ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ແລະ ຮັບແມ່ນທ່ານ ຄໍາໝູນ ຕຽງທະລາດ ເຈົ້າເມືອງປາກງື່ມ ຈາກນັ້ນ ທ່ານເຈົ້າເມືອງມອບໃຫ້ກຸ່ມຮັກສາ-ນໍາໃຊ້ ມີບັນດາຕາງໜ້າຈາກຫ້ອງການ ຂະແໜງການ ບໍລິສັດ ແລະ ກຸ່ມການຜະລິດເຂົ້າເປັນສິນຄ້າເຂົ້າຮ່ວມ. 

    ເຄື່ອງກົນຈັກມາມອບໃນຄັ້ງນີ້ ປະກອບມີ ລົດໄຖນາຄູໂບຕ້າ ລຸ້ນ L5018 ຈໍານວນ 1 ຄັນ ແລະ ລົດກ່ຽວເຂົ້າ DC70 ຈຳນວນ 1 ຄັນ ໃຫ້ກຸ່ມຜະລິດເຂົ້າເປັນສິນຄ້າ ບ້ານນາກຸງ ບ້ານທ່າເດື່ອສິງຫອມ ມາຮອດປັດຈຸບັນ ເມືອງປາກງື່ມ ແມ່ນໄດ້ຮັບທຶນສົມທົບຈາກໂຄງແລ້ວ 12 ກຸ່ມ ເຊິ່ງເປັນລົດໄຖນາຄູໂບຕ້າ ລຸ້ນ L5018 ຈໍານວນ 9 ຄັນ ເປັນລົດກ່ຽວເຂົ້າຈຳນວນ 3 ຄັນ.

# ຂ່າວ & ພາບ:  ວຽງມາ

error: Content is protected !!