ຂ່າວດີສໍາລັບຜູ້ທີ່ຕ້ອງການມີວຽກເຮັດງານທໍາ ໂດຍສະເພາະ ແຮງງານທີ່ກັບມາຈາກປະເທດເພື່ອນບ້ານ ຊາບທົ່ວເຖິງກັນວ່າ: ປັດຈຸບັນລັດຖະບານ ກໍຄືກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ຮ່ວມກັບອົງການເຄື່ອນຍ້າຍຖິ່ນຖານແບບປອດໄພ (IOM) ໃນການຈັດຕັ້ງປະຕິບັດໂຄງການຝຶກສີມືໃຫ້ແກ່ແຮງງານເຄື່ອນຍ້າຍ ກ່ອນເຂົ້າສູ່ຕໍາແໜ່ງງານວ່າງ ຈຸດປະສົງເພື່ອສະ ໜອງການຝຶກສີມືໄລຍະສັ້ນ (14 ວັນ) ໃຫ້ແກ່ຜູ້ທີ່ຕ້ອງການມີວຽກເຮັດງານທໍາ ສາຂາອາຊີບ ຕັດຫຍິບເສື້ອຜ້າ ຈໍານວນ 200 ຕໍາແໜ່ງ ເພື່ອບັນຈຸເຂົ້າເຮັດວຽກທີ່ບໍລິສັດ ຕຣີມາກ ຈໍາກັດ ແລະ ບໍລິສັດ ທຣີໂອລາວ ຈໍາກັດ.

1. ເງື່ອນໄຂຜູ້ສະໝັກມີດັ່ງນີ້:
− ອາຍຸ 18 ປີ ຂຶ້ນໄປ
− ເປັນຜູ້ທີ່ຕ້ອງການມີວຽກເຮັດງານທໍາໃນຂະແໜງການຕັດຫຍິບ
− ເປັນຜູ້ທີ່ເດີນທາງກັບຄືນຈາກການໄປເຮັດວຽກຕ່າງປະເທດ
− ເປັນຜູ້ທີ່ຜ່ານການກັກໂຕ 14 ວັນ ແລະ ບໍ່ມີເຊື້ອພະຍາດໂຄວິດ 19

2. ສະຫວັດດີການ
− ຕະຫຼອດໄລຍະການຝຶກ 14 ວັນ ເຊັ່ນ: ຄ່າເຝິກ ອັດຕາກິນ ແລະ ທີ່ພັກ ໃຫ້ຜູ້ເຂົ້າເຝິກບໍ່ໄດ້ເສຍຄ່າ
− ສະຖານທີ່ເຝິກ ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ແຂວງສະຫວັນນະເຂດ ແລະ ຈໍາປາສັກ
− ພາຍຫຼັງສໍາເລັດການເຝິກ 14 ວັນ ຈະສາມາດເລີ່ມເຮັດວຽກໄດ້ເລີຍ
− ເງິນເດືອນພື້ນຖານແມ່ນ 1.100.000 ກີບ
− ບໍລິສັດມີທີ່ພັກ (ຄ່ານໍ້າ+ໄຟ) ໂດຍບໍ່ເສຍຄ່າ
− ພະນັກງານ ຈະໄດ້ເຂົ້າປະກັນສັງຄົມ
− ມີຄ່າເຂົ້າ 3 ຄາບ
− ເງິນຂະຫຍັນ
− ໂບນັສທ້າຍປີ
− ອື່ນໆ.
3. ເບີຕິດຕໍ່ຂໍ້ມູນເພີ່ມຕື່ມໄດ້ທີ:
− ພະແນກຄຸ້ມຄອງການພັດທະນາສີມືແຮງງານ ໃນເວລາລັດຖະການ;
ທ້າວ ອານຸພົນ 021 255314, 020 94446090
− ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ໃນເວລາລັດຖະການ.
ນາງ ສຸກສາຄອນ 020 22448787
− ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງສະຫວັນນະເຂດ ໃນເວລາລັດຖະການ.
ເບີໂທ: 041 212023
− ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຈໍາປາສັກ ໃນເວລາລັດຖະການ.
ເບີໂທ: 031 212050
(ທ່ານສາມາດເຂົ້າໄປສະໝັກ ຫຼື ຕິດຕໍ່ພົວພັນໄດ້ນັບແຕ່ມື້ນີ້ເປັນຕົ້ນໄປ)
# ຂ່າວ & ພາບ : ເພັດສະໝອນ