ວັນທີ 29 ກໍລະກົດ 2021 ທີ່ສໍານັກງານໃຫຍ່ບໍລິສັດ ວຽງຈັນໂລຈິສຕິກພາກ ຈໍາກັດ ໄດ້ມີພິທີຕ້ອນຮັບການມາຢ້ຽມຢາມໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກນະຄອນຫຼວງວຽງຈັນ ຂອງທ່ານ ທາເກວະກະ ເຄໂຊ ເອກອັກຄະລາຊະທູດຍີ່ປຸ່ນປະຈຳລາວ ພ້ອມດ້ວຍຄະນະ ຖືກຕ້ອນຮັບໂດຍທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກໍາມະການຍຸດທະສາດ ແລະ ການວາງແຜນບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ ພ້ອມພະນັກງານຫຼັກແຫຼ່ງຂອງບໍລິສັດ ວຽງຈັນໂລຈິສຕິກພາກ ຈໍາກັດ.

ໃນພິທີ ທ່ານ ອາລຸນແກ້ວ ກິດຕິຄຸນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບທ່ານ ທາເກວະກະ ເຄໂຊ ເອກອັກຄະລາຊະທູດຍີ່ປຸ່ນປະຈຳ ສປປ ລາວ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມເບິ່ງຄວາມຄືບໜ້າຂອງການພັດທະນາໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກນະຄອນຫຼວງວຽງຈັນ ທີ່ຕັ້ງຢູ່ເຂດບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈາກນັ້ນ ທ່ານ ທາເກວະກະ ເຄໂຊ ແລະ ຜູ້ເຂົ້າຮ່ວມພິທີ ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບໂຄງການພັດທະນາ Laos Logistics Link (LLL) ເຊິ່ງລວມມີ:
- ທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກນະຄອນຫຼວງວຽງຈັນ
- ທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ
- ເສັ້ນທາງລົດໄຟ ລາວ-ຫວຽດນາມ
- ໂຮງງານຜະລິດໄຟຟ້າດ້ວຍຖ່ານຫີນ 2.000 MV ທີ່ແຂວງຄໍາມ່ວນ

ເຊິ່ງໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດວຽງຈັນໂລຈິສຕິກນະຄອນຫຼວງວຽງຈັນ ໄດ້ແນໃສ່ຜັນຂະຫຍາຍນະໂຍບາຍຂອງລັດຖະບານແຫ່ງ ສປປ ລາວ ໃນການຫັນປ່ຽນ ສປປ ລາວ ໃຫ້ເປັນສູນກາງແຫ່ງການເຊື່ອມຈອດ ແລະ ເຊື່ອມໂຍງອະນຸພາກພື້ນແມ່ນໍ້າຂອງ ແລະ ສາກົນ.
ພາຍຫຼັງທີ່ໄດ້ຟັງຄວາມເປັນມາ ແລະ ຄວາມຄືບໜ້າຂອງການກໍ່ສ້າງໂຄງການດັ່ງກ່າວແລ້ວ ທ່ານ ທູດຍີ່ປຸ່ນປະຈຳລາວພ້ອມຄະນະ ຍັງໄດ້ໄປຢ້ຽມຢາມສະຖານທີ່ກໍ່ສ້າງໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກນະຄອນຫຼວງວຽງຈັນ ໂອກາດນີ້ ທ່ານທູດຍີ່ປຸ່ນຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງນັກທຸລະກິດລາວ ກໍຄືບໍລິສັດ ວຽງຈັນໂລຈິສຕິກພາກ ຈໍາກັດ ທີ່ມີຄວາມຕັດສິນໃຈສູງ ແລະ ມີວິໄສທັດກວ້າງໄກ ເຫັນໄດ້ອະນາຄົດໃນການພັດທະນາປະເທດລາວໃຫ້ຈະເລີນຮຸ່ງເຮືອງເປັນກ້າວໆ.
# ຂ່າວ & ພາບ : ສົມສະຫວັນ