ພິທີປິດຊຸດເຝິກອົບຮົມທິດສະດີການເມືອງ-ການປົກຄອງໄລຍະສັ້ນ ສຳລັບຂັ້ນບ້ານ ຢູ່ເມືອງສີໂຄດຕະບອງ ຊຸດທີ II ຈັດຂຶ້ນວັນທີ 29 ກໍລະກົດ 2021 ໂດຍຮ່ວມເປັນປະທານມີທ່ານ ຊົງເລົາ ຢົງນູ ກຳມະການປະຈຳພັກ ຫົວໜ້າຄະນະໂຄສະນາອົບຮົມ ນວ ທ່ານ ທະວີໄຊ ເໝົາຊົມພູ ກຳມະການພັກ ເລຂາພັກເມືອງ ເຈົ້າເມືອງສີໂຄດຕະບອງ ທ່ານນາງ ວຽງພອນ ແກ້ວຄູນສີ ກຳມະການພັກ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນວ ມີນັກສຳມະນາກອນຈາກອົງການປົກຄອງບ້ານພາຍໃນເມືອງ 61 ທ່ານ ຍິງ 21 ທ່ານເຂົ້າຮ່ວມ.
ທ່ານນາງ ວຽງພອນ ແກ້ວຄູນສີ ກ່າວວ່າ: ການເຝິກອົບຮົມຊຸດນີ້ ປະຕິບັດຕາມທິດຊີ້ນຳຂອງຄະນະປະຈຳພັກ ນວ ຄະນະນຳສະຖາບັນການເມືອງ-ການປົກຄອງແຫ່ງຊາດ ໂດຍການຮ່ວມມືລະຫວ່າງໂຮງຮຽນທິດສະດີການເມືອງ-ການປົກຄອງ ນວ ກັບອົງການປົກຄອງເມືອງສີໂຄດຕະບອງ ໄດ້ເປີດເຝິກອົບຮົມທິດສະດີການເມືອງ-ການປົກຄອງບຳລຸງໄລຍະສັ້ນ 15 ວັນ ຊຸດທີ II ເຊິ່ງເລີ່ມຮຽນແຕ່ວັນທີ 2 ມີນາ ເຖິງວັນທີ 25 ມີນາ 2021 ເພື່ອເປັນການຍົກລະດັບຄວາມຮູ້ດ້ານທິດສະດີການເມືອງ-ການປົກຄອງ ແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ໃຫ້ຄະນະໜ່ວຍພັກ ອົງການປົກຄອງບ້ານ ມີຄຸນທາດການເມືອງໜັກແໜ້ນ ເຊື່ອໝັ້ນຕໍ່ການນຳພາຂອງພັກ ມີຄວາມຈົງຮັກພັກດີຕໍ່ປະເທດຊາດ ມີຄວາມຫ້າວຫັນເປັນແບບຢ່າງທຸກວຽກງານ ໃນການປະຕິບັດໜ້າທີ່ການເມືອງ ສາມາດຈັດຕັ້ງຜັນຂະຫຍາຍຢູ່ຂັ້ນຮາກຖານບ້ານ ໃຫ້ມີຄຸນນະພາບສູງຂຶ້ນຕາມຄວາມຮຽກຮ້ອງຕ້ອງການແຕ່ລະໄລຍະ.

ການເຝິກອົບຮົມຊຸດນີ້ ໄດ້ສຳເລັດຕາມໂຄງການຫຼັກສູດ 10 ວັນ ທີ່ສະຖາບັນການເມືອງ-ການປົກຄອງແຫ່ງຊາດວາງອອກ ໃນນີ້ ໄດ້ເພີ່ມເຕີມວຽກງານຈຸດສຸມພັດທະນາຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນວ ຈຳນວນ 7 ບົດ ລວມທັງໝົດ 26 ບົດ ໃຊ້ເວລາຮຽນລວມທັງໝົດ 15 ວັນ.

# ຂ່າວ & ພາບ: ຊິລິການດາ