ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ລາຍງານໃຫ້ຮູ້ກ່ຽວກັບຜົນການສໍາຫຼວດຜົນກະທົບທາງດ້ານເສດຖະກິດໃນຜ່ານມາຂອງນະຄອນຫຼວງວຽງຈັນ ຕໍ່ກອງປະຊຸມພົບປະລະຫວ່າງອົງການປົກຄອງນະຄອນຫຼວງວຽງຈັນ ກັບນັກທຸລະກິດ-ນັກລົງທຶນທີ່ດໍາເນີນທຸລະກິດຢູ່ນະຄອນຫຼວງວຽງຈັນ ວັນທີ 29 ກໍລະກົດ 2021 ວ່າ:


ໃນໄລຍະຕົ້ນປີ 2021 ຂະນະທີ່ບັນດາຫົວໜ່ວຍທຸລະກິດຂະແໜງຕ່າງໆກໍາລັງຈະເຄື່ອນໄຫວເພື່ອຟື້ນຟູຕົນເອງທີ່ໄດ້ຮັບຜົນກະທົບຈາກການລະບາດພະຍາດໂຄວິດ-19 ຮອບທີ 1 ບວກກັບບັນຫາເສດຖະກິດຕ່າງໆ ເປັນຕົ້ນ ຄວາມຫຍຸ້ງຍາກທາງດ້ານການເງິນ ບັນຫາໜີ້ສິນທີ່ຄຸມເຄືອມາດົນ ເຊິ່ງເຮັດໃຫ້ທຸລະກິດມີຄວາມຫຍຸ້ງຍາກຢູ່ແລ້ວ ແຕ່ພັດມີການລະບາດຂອງເຊື້ອພະຍາດໂຄວິດ-19 ໃນຮອບທີ 2 ນັບແຕ່ກາງເດືອນເມສາ 2021 ເປັນຕົ້ນມາ ອັນໄດ້ສ້າງຜົນເສຍຫາຍຢ່າງໃຫຍ່ຫຼວງຕໍ່ການພັດທະນາເສດຖະກີດ-ສັງຄົມ ຢູ່ນະຄອນຫຼວງວຽງຈັນ ດັ່ງນັ້ນ ເພື່ອເປັນຂໍ້ມູນເບື້ອງຕົ້ນ ໃນການແກ້ໄຂບັນຫາເສດຖະກິດ ທາງອົງການປົກຄອງນະຄອນຫຼວງວຽງຈັນຈຶ່ງໄດ້ດໍາເນີນການສໍາຫຼວດຂໍ້ມູນຈາກບັນດາຂະແໜງການພາກລັດ ແລະ ການປະກອບຂໍ້ມູນຈາກບັນດາຫົວໜ່ວຍທຖລະກິດຫຼາຍກວ່າ 1.541 ຫົວໜ່ວຍ.
ຜົນສໍາຫຼວດພົບວ່າ ຫົວໜ່ວຍທີ່ໄດ້ຮັບຜົນກະທົບຂັ້ນຮຸນແຮງມີ 245 ຫົວໜ່ວຍ ກວມເອົາ 15,9% ກວມຫຼາຍກວ່າໝູ່ແມ່ນການບໍລິການທ່ອງທ່ຽວ ໂຮງແຮມ ເຮືອນພັກ ສະຖານທີ່ບັນເທິງ ແລະ ຄົມມະນາຄົມ ຜົນກະທົບໃນລະດັບກາງ ມີ 543 ຫົວໜ່ວຍ ກວມເອົາ 35,2% ສ່ວນໃຫຍ່ເປັນຜູ້ປະກອບການດ້ານອຸດສາຫະກໍາ ແລະ ຜົນກະທົບໜ້ອຍມີ 753 ຫົວໜ່ວຍ ກວມເອົາ 48,9% ສ່ວນຫຼາຍແມ່ຂະແໜງກະສິກໍາ ປູກຝັງ ແລະ ລ້ຽງສັດ.
# ຂ່າວ & ພາບ: ຂັນທະວີ