ວັນທີ 30 ກໍລະກົດ 2021 ຢູ່ກະຊວງແຜນການ ແລະ ການລົງທຶນ (ຜທ) ຈັດພິທີປາຖະກະຖາວັນສຳຄັນ ຕ່າງໆຂອງພັກ ຂອງຊາດ ຂອງສາກົນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ ໂດຍເປັນປະທານຂອງທ່ານນາງ ຄຳຈັນ ວົງແສນບູນ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ຜທ ມີບັນດາຄະນະພັກ ເລຂາໜ່ວຍພັກ ຄະນະພັກຮາກຖານ ຫົວໜ້າຮອງຫົວໜ້າກົມ ຫົວໜ້າຮອງຫົວໜ້າພະແນກ ສະມາຊິກພັກ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມຮັບຟັງ.

ທ່ານ ນາງ ຄຳຈັນ ວົງແສນບູນ ກ່າວວ່າ: ພິທີດັ່ງກ່າວນີ້ ຈັດຂຶ້ນເພື່ອເປັນການທົບທວນ ແລະ ຫວນຄືນມູນເຊື້ອອັນດີງາມຂອງພັກ ຂອງຊາດ ແລະ ມູນເຊື້ອການຕໍ່ສູ້ຢ່າງພິລາດອາດຫານຂອງບັນພະບູລຸດ ທີ່ໄດ້ເສຍສະຫຼະຢ່າງບໍ່ມີຂອບເຂດ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ປັດຈຸບັນ ພວກເຮົາຢູ່ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ເພື່ອນຳເອົາຄວາມຢູ່ດີກິນດີມາສູ່ປະຊາຊົນລາວບັນດາເຜົ່າ ເຊິ່ງພາຍໃຕ້ການນຳພາອັນປີຊາສາມາດຂອງພັກປະຊາຊົນປະຕິວັດລາວ ຄະນະພັກກະຊວງ ຖືເອົາການສະເຫຼີມສະຫຼອງວັນປະຫວັດສາດສຳຄັນຂອງຊາດ ຂອງ ພັກ ແລະ ຂອງສາກົນຄັ້ງນີ້ ເປັນໂອກາດແຫ່ງການເພີ່ມທະວີສຶກສາອົບຮົມພະນັກງານ ສະມາຊິກພັກ ໃຫ້ມີນ້ຳໃຈຮັກຊາດ ຮັກລະບອບໃໝ່ ຮັກລະບອບປະຊາທິປະໄຕປະຊາຊົນ ສ້າງຄວາມສາມັກຄີໃຫ້ເປັນປຶກແຜ່ນ ສ້າງສະຕິເປັນເຈົ້າຕົນເອງ ເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເຖິງວ່າພວກເຮົາຢູ່ໃນສະພາບຫຍຸ້ງຍາກດ້ານເສດຖະກິດ ບວກກັບການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ພວກເຮົາຈົ່ງພ້ອມກັນເປັນເຈົ້າການປະກອບສ່ວນເຂົ້າໃນການປະຕິບັດວຽກງານຂອງກະຊວງ ຜທ ຢ່າງຫ້າວຫັນ.
# ຂ່າວ & ພາບ: ຊິລິການດາ