ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍທ່ານ ຮສ ດຣ ບົວເທບ ພູມີນ ຮອງຫົວໜ້າກົມປີ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ຖະແຫຼງຂ່າວສະພາບການລະບາດພະຍາດ COVID-19 ຢູ່ ສປປ ລາວ ປະຈຳວັນທີ 30 ກໍລະກົດ 2021 ຢູ່ກະຊວງສາທາລະນະສຸກວ່າ: ມາຮອດວັນທີ 30 ກໍລະກົດ 2021 ໄດ້ກວດວິເຄາະທັງໝົດ 2.379 ຄົນ ຜົນກວດ ພົບຜູ້ຕິດເຊື້ອໃໝ່ທັງໝົດ 244 ຄົນ ໃນນັ້ນ ຈາກນະຄອນຫຼວງ 31 ຄົນ (ນຳເຂົ້າ) ສະຫວັນນະເຂດ 118 ຄົນ (ນຳເຂົ້າ ແລະ ຕິດເຊື້ອໃນຊຸມຊົນ 1 ຄົນ) ຈໍາປາສັກ 38 ຄົນ (ນຳເຂົ້າ) ສາລະວັນ 46 ຄົນ (ນຳເຂົ້າ) ແລະ ຄໍາມ່ວນ 10 ຄົນ (ນຳເຂົ້າ) ທັງໝົດແມ່ນກວດພົບຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານໂດຍຖືກຕ້ອງຕາມກົດໝາຍ ສໍາລັບແຂວງສະຫວັນນະເຂດ ຜູ້ກວດພົບ 1 ກໍລະນີ ໃນຊຸມຊົນ ແມ່ນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ.
ປັດຈຸບັນ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 5.919 ຄົນ ເສຍຊີວິດສະສົມ 6 ຄົນ ແລະ ກໍາລັງປິ່ນປົວທັງໝົດ 2.774 ຄົນ ມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 60 ສູນ ແລະ ມີຜູ້ຈຳກັດບໍລິເວນ 9.464 ຄົນ.
ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ກ່າວຕື່ມວ່າ: ຕໍ່ສະພາບການດັ່ງກ່າວ ເຫັນໄດ້ວ່າ ສປປ ລາວ ມີຄວາມສ່ຽງສູງທີ່ຈະມີການລະບາດໃນຊຸມຊົນຮອບໃໝ່ ເນື່ອງຈາກບັນດາແຮງງານທີ່ກັບຄືນມາປະເທດ ມີອັດຕາພົບເຊື້ອສູງ ແລະ ຍັງພົບສາຍພັນເດວຕາທີ່ມີອັດຕາການແຜ່ເຊື້ອຢ່າງໄວວາ ນອກຈາກນີ້ ຍັງພົບການຕິດເຊື້ອໃນພະນັກງານດ່ານໜ້າ ທີ່ປະຕິບັດໜ້າທີ່ໃນການປ້ອງກັນ ແລະ ປີ່ນປົວຄົນເຈັບ ໃນບັນດາແຂວງສູງເຖີງ 50 ຄົນ ເຊີ່ງແຂວງທີ່ຕິດເຊື້ອຫຼາຍກ່ວາໝູ່ ແມ່ນນະຄອນຫຼວງວຽງຈັນ 24 ຄົນ ຮອງລົງມາແມ່ນແຂວງຈຳປາສັກ 19 ຄົນ ໃນຈຳນວນ 50 ຄົນທີ່ຕິດເຊື້ອ 64% ແມ່ນມີອາການສະແດງອອກ ແລະ ສ່ວນຫຼາຍແມ່ນພະນັກງານແພດໝໍມີຈຳນວນ 39 ຄົນ ພະນັກງານເຮັດວຽກຢູ່ສູນຈຳກັດບໍລິເວນ 6 ຄົນ ແລະ ພະນັກງານປະຈຳດ່ານ 5 ຄົນ.

ສະນັ້ນ ເພື່ອປ້ອງກັນບໍ່ໃຫ້ມີການແຜ່ລະບາດໃນຊຸມຊົນ ຈຶ່ງສະເໜີໃຫ້ບັນດາແຮງງານທັງຫຼາຍ ຫຼື ຍາດຕິພີ່ນ້ອງທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານ ຖ້າມີຈຸດປະສົງຢາກກັບຄືນມາປະເທດ ກໍໃຫ້ກັບມາໂດຍຖືກຕາມລະບຽບກົດໝາຍທີ່ທາງຄະນະສະເພາະກິດໄດ້ມີແຈ້ງການອອກມາ ເພື່ອຈະໄດ້ມີການກັ່ນຕອງເກັບຕົວຢ່າງ ແລະ ນຳສົ່ງເຂົ້າສູນຈຳກັດບໍລິເວນ ສ່ວນຜູ້ພົບເຊື້ອ ກໍຈະໄດ້ຮັບການປິ່ນປົວແຕ່ຫົວທີ ທັງໝົດທີ່ກ່າວມານັ້ນ ແມ່ນເພື່ອສະກັດກັ້ນບໍ່ໃຫ້ມີການແຜ່ເຊື້ອຈາກການນຳເຂົ້າ ລົງສູ່ຊຸມຊົນ;
ພ້ອມດຽວກັນນັ້ນ ກໍຂໍຮຽກຮ້ອງມາຍັງອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ກວດຂັນລາດຕະເວນຜູ້ທີ່ລັກເຂົ້າມາບໍ່ຖືກຕາມລະບຽບການ ຕາມຊ່ອງທາງທຳມະຊາດ ຫຼື ຖ້າຫາກທ່ານພົບເຫັນ ໃຫ້ລາຍງານຕໍ່ເຈົ້າໜ້າທີ່ກ່ຽວຂ້ອງທັນທີ ເພື່ອນຳສົ່ງພວກກ່ຽວເຂົ້າສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ເພື່ອສະກັດກັ້ນບໍ່ໃຫ້ແຜ່ເຊື້ອໄປສູ່ຄອບຄົວ ໝູ່ເພື່ອນ ຄົນອ້ອມຂ້າງ ແລະ ສູ່ຊຸມຊົນ.
# ຂ່າວ & ພາບ: ລັດເວລາ