ສະຫະພັນກໍາມະບານນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂຶ້ນໃນວັນທີ 28 ກໍລະກົດ 2021 ຢູ່ຫ້ອງວ່າການປົກຄອງ ນວ ໂດຍການເປັນປະທານຂອງທ່ານ ດາວເພັດ ອາລຸນ ປະທານສະຫະພັນກໍາມະບານ ນວ ມີທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດ ນວ ມີພະແນກການອ້ອມຂ້າງຄະນະບໍລິຫານງານສະຫະພັນ ກໍາມະບານ ນວ ເຂົ້າຮ່ວມ 50 ກວ່າທ່ານ.

ທ່ານ ພູວັນ ເພັດຊົມພູ ຮອງປະທານສະຫະພັນກໍາມະບານ ນວ ໄດ້ຂຶ້ນຜ່ານຂໍ້ຕົກລົງສະບັບເລກທີ 03/ສກລ ຜ່ານບົດແນະນໍາວ່າດ້ວຍຂໍ້ແຂ່ງຂັນ 5 ເປັນເຈົ້າ ສະບັບເລກທີ 248/ສກລ ຜ່ານເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຜ່ານລະບຽບວ່າດ້ວຍການຍ້ອງຍໍບຸກຄົນ ກົມກອງລວມໝູ່ ຂອງສູນກາງສະຫະພັນກໍາມະບານລາວ ແລະ ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະກໍາມະການກວດກາຂັ້ນນະຄອນຫຼວງວຽງຈັນ ທັງນີ້ກໍເພື່ອເປັນການເສີມຂະຫຍາຍກໍາລັງແຮງສັງລວມຂອງສະມາຊິກກໍາມະບານ ກໍາມະກອນ ແລະ ຜູ້ອອກແຮງງານ ໃຫ້ມີສະຕິຕື່ນຕົວ ເປັນເຈົ້າການໃນການພັດທະນາຕົນເອງຢ່າງຮອບດ້ານ ແລະ ຕັ້ງໜ້າເຂົ້າຮ່ວມຈັດຕັ້ງປະຕິບັດແນວທາງຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໂດຍຜ່ານຂະບວນການແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ.

ໂອກາດນີ້ ທ່ານ ຖະໜອມ ທໍາທອງ ກ່າວວ່າ: ເພື່ອເຮັດໃຫ້ສະມາຊິກກໍາມະບານ ກໍາມະກອນ ແລະ ຊາວຜູ້ອອກແຮງງານ ກໍາໄດ້ເນື້ອໃນມາດຖານ ບາດກ້າວໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ແນໃສ່ສ້າງຄວາມເປັນເອກະພາບໃນການນໍາພາ-ຊີ້ນໍາ ຊຸກຍູ້ ຕິດຕາມ ກວດກາ ປະເມີນຜົນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 5 ເປັນເຈົ້າ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຮັກ ນວ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຕິດພັນກັບການປະຕິບັດວຽກງານວິຊາສະເພາະ ແລະ ການພັດທະນາອົງການຈັດຕັ້ງ ຫົວໜ່ວຍແຮງງານ ໃຫ້ເປັນຂະບວນຟົດຟື້ນເລິກເຊິ່ງ ກວ້າງຂວາງ ຕໍ່ເນື່ອງ ແລະ ມີປະສິດທິຜົນ.

ຖືເອົາການປະເມີນຜົນຂະບວນການແຂ່ງຂັນ 5 ເປັນເຈົ້າ ເປັນບັ້ນດໍາເນີນຊີວິດການເມືອງ ເພື່ອປັບປຸງປົວແປງການຈັດຕັ້ງກໍາມະບານໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ສາມາດຊອກໃຫ້ເຫັນສະມາຊິກກໍາມະບານ ກໍາມະກອນ ຜູ້ອອກແຮງງານດີເດັ່ນ ເພື່ອຍ້ອງຍໍ ແລະ ສ້າງເປັນພະນັກງານສືບທອດປ່ຽນແທນ ເຊິ່ງພວກເຮົາຕ້ອງໄດ້ຕີລາຄາຢ່າງພາວະວິໄສ ແທດກັບຄວາມເປັນຈິງ ເປັນຕົ້ນ ແມ່ນເປັນເຈົ້າການເຝິກຝົນຫຼໍ່ຫຼອມທາງດ້ານການເມືອງ-ແນວຄິດ ເປັນເຈົ້າການປະຕິບັດກົດໝາຍ ແລະ ລະບຽບການຂອງລັດ ເປັນເຈົ້າການພັດທະນາຕົນເອງ ແລະ ການຈັດຕັ້ງ ເປັນເຈົ້າການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ແລະ ເປັນເຈົ້າການປະຕິບັດໜ້າທີ່ວິຊາສະເພາະຢ່າງປະດິດສ້າງ.
# ຂ່າວ & ພາບ: ສີພອນ