ກອງປະຊຸມທຸລະກິດລາວ ຄັ້ງທີ 13 ຈັດຂຶ້ນວັນທີ 28 ກໍລະກົດ 2021 ທີ່ຫໍປະຊຸມແຫ່ງຊາດ ເປັນປະມານຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ມີທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍບັນດາລັດຖະ ມົນຕີ ຮອງລັດຖະມົນຕີ ຜູ້ຕາງໜ້າຈາກລັດຖະບານ ທູຕານຸທູດ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ຜູ້ຕາງໜ້າຈາກສະພາການຄ້າຕ່າງປະເທດ ສະພາການຄ້າແຂວງ ສະມາຄົມນັກທຸລະກິດ ແລະ ຜູ້ປະກອບການທຸລະກິດໃນລາວເຂົ້າຮ່ວມ.
ທ່ານນາງ ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ລາຍງານຄວບຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ພາຍໃຕ້ກົນໄກກອງປະຊຸມທຸລະກິດລາວໃນໄລຍະ 1 ປີ ຜ່ານມາວ່າ: ກອງປະຊຸມທຸລະກິດລາວ ເປັນກອງປະຊຸມທີ່ຈັດຂຶ້ນໃນທຸກໆປີ ເຊິ່ງຂະບວນການປຶກສາຫາລືເພື່ອກະກຽມກອງປະຊຸມທຸລະກິດລາວ ແມ່ນຂະບວນການທີ່ຕໍ່ເນື່ອງຕະຫຼອດປີ ໂດຍມີສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວເປັນກອງເລຂາ ແລະ ມີກະຊວງອຸດສາຫະກໍາ ແລະ ການຄ້າເປັນຈຸດປະສານງານຂອງພາກລັດ ປັດຈຸບັນ ຂະບວນການປຶກສາຫາລືໄດ້ຮັບການສະໜັບສະໜູນທາງດ້ານວິຊາການ ແລະ ທຶນຮອນຈາກໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ ຂະບວນການປຶກສາຫາລືຂອງກອງປະຊຸມທຸລະກິດລາວ ແມ່ນພາກທຸລະກິດໄດ້ຍົກບັນຫາ ມີການຄັດຈ້ອນຜ່ານໜ່ວຍງານປຶກສາຫາລືພາກເອກະຊົນຂະແໜງການຂອງຕົນ ເພື່ອຍົກຂຶ້ນມາປຶກສາຫາລືກັບພາກລັດຖະບານ ໃນກອງປະຊຸມລະດັບວິຊາການ ແລະ ລາຍງານກອງປະຊຸມລະດັບຊາດ ກໍຄືກອງປະຊຸມທຸລະກິດລາວ ເຊິ່ງບັນຫາທີ່ມີຄວາມຄືບໜ້າ ແລະ ບັນຫາທີ່ຈະຍົກຂຶ້ນມາປຶກສາຫາລື ມີທັງໝົດ 31 ບັນຫາ ແຍກອອກເປັນ 7 ກຸ່ມຄື: ກຸມບັນຫາທີ່ຕິດພັນກັບການເລີ່ມຕົ້ນທຸລະກິດ ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ຕິດພັນກັບການເຂົ້າເຖິງແຫຼ່ງທຶນ ແລະ ກຸ່ມບັນຫາຕິດພັນກັບການຈັດຕັ້ງປະຕິບັດກົດລະບຽບສະເພາະ ນອກນີ້ຍັງມີກຸ່ມບັນຫາສະເພາະຂອງຂະແໜງການບໍລິການທາງດ້ານການເງິນ ຂະແໜງການທ່ອງທ່ຽວ ແລະ ກຸ່ມສະເພາະຂອງຂະແໜງ ກະສິກໍາ.

ນອກນີ້ ກອງປະຊຸມ ບັນດາຜູ້ຕາງໜ້າໜ່ວຍງານປຶກສາຫາລືພາກທຸລະກິດ 3 ທ່ານ ໄດ້ຍົກເອົາບາງບັນຫາທີ່ໄດ້ຄັດຈ້ອນຈາກຫຼາຍບັນຫາ ເຊິ່ງເຫັນວ່າເປັນບັນຫາທີ່ກະທົບຫຼາຍຂະແໜງການ ແລະ ອາດລວມເອົາບາງບັນຫາຍ່ອຍທີ່ສະເໜີໃໝ່ທີ່ຍັງບໍທັນໄດ້ຍົກຂຶຶ້ນມາປຶກສາຫາລືໃນລະດັບວິຊາການ ແຕ່ເປັນບັນຫາຮີບດ່ວນໃນໄລຍະການລະບາດພະຍາດໂຄວິດ-19 ມາປຶກສາຫາລືເພື່ອຂໍທິດຊີ້ນໍາແກ້ໄຂໃນວາລະຕໍ່ໄປ ປະກອບມີ ກຸ່ມບັນຫາທີ່ຕິດພັນກັບການເລີ່ມຕົ້ນທຸລະກິດ ແລະ ນະໂຍບາຍສົ່ງເສີມການລົງທຶນ ກຸ່ມບັນຫາທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ບັນຫາທີ່ຕິດພັນກັບຕະຫຼາດແລກປ່ຽນເງິນຕາຄູ່ຂະໜານ ແລະ ການຈັດຕັ້ງປະຕິບັດກົດລະບຽບດ້ານເງິນຕາ ພ້ອມນັ້ນ ຍັງໄດ້ຮັບຟັງການລາຍງານຂອງການຈັດຕັ້ງປຕິບັດກົນໄກການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດຂັ້ນແຂວງ ປັດຈຸບັນ ຖືກຈັດຕັ້ງປະຕິບັດຢູ່ແຂວງຜົ້ງສາລີ ອຸດົມໄຊ ຫຼວງນໍ້າທາ ແລະ ຈໍາປາສັກ ໂດຍການສະໜັບສະໜູນຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ ແລະ ກອງປະຊຸມທຸລະກິດລາວ.

# ຂ່າວ & ພາບ: ຂັນທະວີ