ລາຍທີ 6 ທີ່ເສຍຊີວິດຈາກໂຄວິດ-19 ແມ່ນແຮງງານກັບຈາກປະເທດເພື່ອນບ້ານ

   ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ໂຄວິດ-19 ຕາງໜ້າຄະນະຖະແຫຼງຂ່າວປະຈຳວັນກ່ຽວກັບການແຜ່ບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ແລະ ຢູ່ ສປປ ລາວ ໃນວັນທີ 28 ກໍລະກົດ 2021 ຢູ່ກະຊວງສາທາລະນະສຸກ ວ່າ: ໃນວັນທີ 27 ກໍລະກົດ 2021 ມີຜູ້ຕິດເຊື້ອໃໝ່ຈຳນວນ 280 ຄົນ ຖືວ່າແມ່ນຕົວເລກທີ່ຕິດເຊື້ອສູງສຸດໃໝ່ໃນປະເທດ ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມໃນ ສປປ ລາວ ຮອດປັດຈຸບັນ 5.434 ຄົນ ມີຈຳນວນຜູ້ເສຍສະສົມ 6 ຄົນ (ໃໝ່ 1 ຄົນ) ແລະ ກຳລັງປິ່ນປົ່ວຈຳນວນ 2.503 ຄົນ. 

    ວັນທີ 27 ກໍລະກົດ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 2.080 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງຈຳນວນ 280 ຄົນ ເຊິ່ງກໍລະນີຕິດເຊື້ອໃໝ່ທັງໝົດ ແມ່ນມີອາການຕິດເຊື້ອພາຍໃນຈຳນວນ 3 ຄົນ (ນະຄອນ ຫຼວງວຽງຈັນ 1 ຄົນ ແລະ ແຂວງຫຼວງນ້ຳທາ 2 ຄົນ) ສ່ວນອີກ 277 ຄົນ ແມ່ນຕິດເຊື້ອໃນແຮງງານ ແລະ ຜູ້ເດີນທາງເຂົ້າປະເທດຄື: ຈາກນະຄອນຫຼວງວຽງຈັນ 45 ຄົນ ແຂວງສະຫວັນນະເຂດ 127 ຄົນ ຈຳປາສັກ 56 ຄົນ ສາລະວັນ 33 ຄົນ ບໍ່ແກ້ວ 1 ຄົນ ໄຊຍະບູລີ 2 ຄົນ ຄຳມ່ວນ 12 ຄົນ ແລະ ແຂວງບໍລິຄຳໄຊ 1 ຄົນ. 

    ສຳລັບກໍລະນີຜູ້ເສຍຊີວິດໃໝ່ລາຍທີ 6 ນັ້ນ ເປັນເພດຍິງອາຍຸ 23 ປີ ອາຊີບແມ່ບ້ານ ຢູ່ເຂດສາຍໄໝ (ກຸງເທບ) ປະເທດໄທ ເຊິ່ງຜູ້ກ່ຽວໄປເຮັດວຽກໄດ້ 1 ປີປາຍ ບ້ານຢູ່ປັດຈຸບັນ ຢູ່ບ້ານດົງທ່າ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ເດີນທາງກັບມາລາວໃນວັນທີ 8 ກໍລະກົດ 2021 ຂ້າມດ່ານຂົວມິດຕະພາບ 2 ແລະ ໃນມື້ດຽວກັນນັ້ນ ໄດ້ເກັບຕົວຢ່າງສົ່ງກວດ ແລະ ຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ວັນທີ 9 ກໍລະກົດ 2021 ເວລາ 20:00 ໂມງ ຜົນກວດຫ້ອງວິເຄາະກວດພົບເຊື້ອໂຄວິດ-19 ແລະ ນຳສົ່ງນອນໂຮງໝໍຫຼັກ 9 ເຂດເສດຖະກິດພິເສດສະຫວັນ-ເຊໂນ ນັບແຕ່ວັນທີ 9 ຫາ 13 ກໍລະກົດ 2021 ຜູ້ກ່ຽວມີອາການຊົງຕົວ ມີອາການເມື່ອຍ ໄອເລັກໜ້ອຍ ຫູບໍ່ໄດ້ຍີນຊັດເຈນ ແລະ ໄດ້ໃຫ້ຢາປິ່ນປົວຕາມອາການ ວັນທີ 14 ຫາ 18 ກໍລະກົດ 2021 ມີອາການອິດເມື່ອຍ ຫາຍໃຈຝືດ ແໜ້ນໜ້າເອີກ ແລະ ມີອາການອ່ອນແຮງແຂນຂາ ວັນທີ 19 ຫາ 27 ກໍລະກົດ 2021 ຜູ້ກ່ຽວອາການໜັກ ບໍ່ມີສະຕິ ໃສ່ເຄື່ອງຊ່ວຍຫາຍໃຈ ແລະ ຕິດຕາມອາການຢ່າງໃກ້ຊິດ ໃສ່ຢາເຊີດຊູ ແຕ່ຄົນເຈັບບໍ່ຕອບສະໜອງ ແພດກໍໄດ້ເຊີດຊູທຸກວິທີທາງສຸດຄວາມສາມາດ ແຕ່ບໍ່ສາມາດກອບກູ້ເອົາຊີວິດຜູ້ກ່ຽວໄດ້ ເຊິ່ງຜູ້ກ່ຽວໄດ້ເສຍຊີວິດໃນເວລາ 7:30 ໂມງ ຂອງວັນທີ 27 ກໍລະກົດ 2021.

# ຂ່າວ & ພາບ: ຊິລິການດາ

error: Content is protected !!