LaoVietBank ສືບຕໍ່ມອບຕັ່ງຫີນໃຫ້ສະຖານທີ່ສໍາຄັນຕ່າງໆໃນ ນວ

    ວັນທີ 22-23 ກໍລະກົດຜ່ານມາ ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ໄດ້ສືບຕໍ່ສະໜັບສະໜູນຕັ່ງຫີນໃຫ້ກັບບັນດາສະຖານທີ່ສໍາຄັນຕ່າງໆໃນນະຄອນຫຼວງວຽງຈັນ ເຊິ່ງໃນອາທິດນີ້ແມ່ນມອບຢູ່ 4 ຈຸດຄື: ຫໍພະແກ້ວ ວັດສີສະເກດ ຫໍຫຼັກເມືອງ ແລະ ສູນການຄ້າວຽງຈັນເຊັນເຕີ ລວມທັງໝົດ 50 ໜ່ວຍ ມອບໂດຍທ່ານນາງ ແສງມະນີ ພິລາວົງ ຫົວໜ້າໜ່ວຍງານພັດທະນາເຄື່ອງໝາຍການຄ້າ ແລະ ສື່ສານມວນຊົນ ທະນາຄານຮ່ວມທຸລະກິດ LaoVietBank ແລະ ກ່າວຮັບໂດຍທ່ານ ພູວຽງ ໂພທິສານ ຫົວໜ້າອໍານວຍການຫໍພິພິທະພັນນະຄອນຫຼວງວຽງຈັນ ຜູ້ຮັບຜິດຊອບຫໍພະແກ້ວ ວັດສີສະເກດ ຫໍຫຼັກເມືອງ) ສ່ວນສູນການຄ້າວຽງຈັນເຊັນເຕີ ຕາງໜ້າຮັບໂດຍທ່ານນາງ ສະຫວັນທອງ ອຸ່ນມີໄຊ ພ້ອມດ້ວຍຄະນະ. 

    ຕັ່ງຫີນທີ່ສືບຕໍ່ໃຫ້ກັບຫໍພະແກ້ວ ວັດສີສະເກດ ແລະ ຫໍຫຼັກເມືອງ ບ່ອນລະ 10 ໜ່ວຍ ແລະ ຢູ່ສູນການຄ້າວຽງຈັນເຊັນເຕີ ມອບໃຫ້ 20 ໜ່ວຍ ທັງໝົດນີ້ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອສັງຄົມ ແລະ ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນທີ່ມາໃຊ້ບໍລິການຢູ່ຈຸດດັ່ງກ່າວ ໃຫ້ໄດ້ມີບ່ອນນັ່ງລໍຖ້າ ຫຼື ພັກຜ່ອນຕາມອັດທະຍາໄສ ແລະ ແຜນຕໍ່ໜ້າ ຍັງຈະສືບຕໍ່ຈະມອບຕັ່ງຫີນໃຫ້ກັບບັນດາສໍານັກງານ ໂຮງຮຽນ ໂຮງໝໍ ສະຖານທີ່ສາທາລະນະ ແຫຼ່ງທ່ອງທ່ຽວ ແລະ ອື່ນໆໃນທົ່ວນະຄອນຫຼວງວຽງຈັນ.

.                # ຂ່າວ & ພາບ :  ຂັນທະວີ

error: Content is protected !!