11 ມື້ແລ້ວ ທີ່ນະຄອນຫຼວງບໍ່ມີຜູ້ຕິດເຊື້ອໃນຊຸມຊົນ

    ນັບວ່າເປັນຂ່າວດີສຳລັບຊາວນະຄອນຫຼວງວຽງຈັນ (ນວ) ເຊິ່ງມື້ນີ້ ເປັນມື້ທີ່ 11 ແລ້ວ ທີ່ບໍມີການຕິດເຊື້ອໃນຊຸມຊົນ ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງໃນວັນທີ 25 ກໍລະກົດ 2021 ໃຫ້ຮູ້ວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ມາຮອດວັນທີ 24 ກໍລະກົດ ໄດ້ກວດວິເຄາະທັງໝົດ 1.353 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 142 ຄົນ ຈາກ ນວ 11 ຄົນ ຈໍາປາສັກ 45 ຄົນ ສະຫວັນນະເຂດ 83 ຄົນ ສາລະວັນ 1 ຄົນ ບໍລິຄຳໄຊ 1 ຄົນ ແລະ ຄໍາມ່ວນ 1 ຄົນ ທັງໝົດແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານໂດຍຖືກຕ້ອງຕາມກົດໝາຍ ປັດຈຸບັນ ທົ່ວປະເທດມີຜູ້ຕິດເຊື້ອສະສົມທັງໝົດ 4.762 ຄົນ ເສຍຊີວິດສະສົມ 5 ຄົນ ແລະ ກໍາລັງປິ່ນປົວ 1.603 ຄົນ. 

    ໃນແຕ່ລະວັນ ຍັງມີຜູ້ເດີນທາງເຂົ້າມາປະເທດລາວເປັນຈຳນວນຫຼວງຫຼາຍ ເຊິ່ງໃນວັນທີ 24 ກໍລະກົດນີ້ ມີຜູ້ເດີນທາງເຂົ້າມາຕາມດ່ານຕ່າງໆ 1.324 ຄົນ ເຊິ່ງທັງໝົດແມ່ນຖືກເກັບຕົວຢ່າງກວດຊອກຫາເຊື້ອ ແລະ ເຂົ້າໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ຈົນຄົບ 14 ວັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 49 ສູນ ມີຜູ້ຈຳກັດບໍລິເວນ 9.083 ຄົນ.

.                # ຂ່າວ & ພາບ :  ອົ່ນ ໄຟສົມທອງ

error: Content is protected !!