ໃນລະຫວ່າງວັນທີ 20-23 ກໍລະກົດ 2021 ອົງການກາແດງລາວໄດ້ຈັດເຝິກອົມຮົມກ່ຽວກັບການຄຸ້ມຄອງຄວາມສ່ຽງໄພພິບັດ ໃຫ້ແກ່ກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດ ທີ່ເມືອງບຸນເໜືອ ແຂວງ ຜົ້ງສາລີ ໂດຍການເຂົ້າຮ່ວມຂອງທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ທ່ານ ນາງ ບົວໄຂ ແກ້ວວິພາກອນ ຫົວໜ້າອົງການກາແດງແຂວງຜົ້ງສາລີ ພ້ອມດ້ວຍພະນັກງານວິຊາການພະແນກການອອ້ມຂ້າງທີ່ກ່ຽວຂ້ອງເຂົ້າຮ່ວມ 27 ທ່ານ ຍິງ 8 ທ່ານ.

ການເຝິກອົບຮົມໃນຄັ້ງນີ້ ເພື່ອເປັນການສ້າງຄວາມເຂັ້ມແຂງໃນວຽກງານຮັບມືກັບໄພພິບັດໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຂວງຜົ້ງສາລີ ຮຽນຮູ້ຫຼັກການ ວິທີໃນການປະຕິບັດໃນການຮັບມືກັບໄພພິບັດໄດ້ຢ່າງປອດໄພ ແລະ ມີຄວາມເຂັ້ມແຂງ ທັນການ ເຊິ່ງຫົວຂໍ້ທີ່ນຳມາເຝິກອົບຮົມໃນຄັ້ງນີ້ ປະກອບມີ: ວຽກງານຂະບວນການກາແດງ ກົດໝາຍວ່າດ້ວຍກາແດງລາວ ການຄຸ້ມຄອງໄພພິບັດ ຄວາມສ່ຽງ ຄວາມຕ້ານທານຕໍ່າ ການປົກປ້ອງໃນການໃຊ້ຄວາມຮຸນແຮງໃນເວລາເກີດເຫດສຸກເສີນ ການປະເມີນຄວາມສ່ຽງ ຄວາມຕ້ອງການພາຍຫຼັງເກີດໄພພິບັດ ຄວາມຮູ້ພື້ນຖານໃນການມອດໄຟ ເຝິກຊ້ອມເຫດການຈຳລອງໃນເວລາເກີດໄພພິບັດ ການວິເຄາະຂໍ້ມູນ ແລະ ການລາຍງານຂໍ້ມູນ.
ສຳລັບວຽກງານດັ່ງກ່າວ ແມ່ນມີຄວາມສຳຄັນຫຼາຍຕໍ່ແຂວງຜົ້ງສາລີ ເພາະວ່າຈຸດພິເສດຂອງແຂວງຜົ້ງສາລີ ເປັນເຂດພູດອຍ ຈຶ່ງມີປັດໄຈໃຫ້ເກີດໄພພິບັດ ເປັນຕົ້ນແມ່ນດິນເຈື່ອນ ນ້ຳຊຸທັ່ງ ແລະ ອື່ນໆ ເຊິ່ງເປັນສິ່ງທີ່ທ້າທາຍຫຼາຍ ທີ່ຈະຕ້ອງໄດ້ແກ້ໄຂພ້ອມທັງເປັນການຮັບມືກັບເຫດການທີ່ຈະຂຶ້ນໃນອະນາຄົດ.

# ຂ່າວ & ພາບ: ບຸນມີ ສີວິໄລ